ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງສາລະວັນ ເຊື່ອມຊຶມເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ
ວັນທີ 9 ມິຖຸນາ ນີ້ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງສາລະວັນ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອຊືມເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ໃຫ້ແກ່ພະນັກງານ – ສະມາຊິກພັກ ເຊິ່ງໃຫ້ກຽດເປັນປະທານ ແລະ ບັນລະຍາຍໂດຍ ສະຫາຍ ສົມຄິດ ແສນທະວີ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ; ມີບັນດາສະຫາຍຄະນະພັກຮາກຖານ; ເລຂາໜ່ວຍພັກ; ຄະນະໜ່ວຍພັກ; ສະມາຊິກພັກ ແລະ ພະນັກງານລັດຖະກອນ ພາຍໃນ ເຂົ້າຮ່ວມ.
ສະຫາຍ ສົມຄິດ ແສນທະວີ ໄດ້ກ່າວໄຂກອງປະຊຸມ ພ້ອມທັງຍົກໃຫ້ເຫັນເຖິງຄວາມສຳຄັນ ແລະ ຄວາມຈຳ ເປັນພາວະວິໄສ ໃນການຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ພ້ອມດ້ວຍບັນດາເອກະສານສຳຄັນຕ່າງໆ ທີ່ມີຄວາມກ່ຽວພັນກັນ. ທັງນີ້ ກໍເພື່ອໃຫ້ພະນັກງານ, ສະມາຊິກ ພັກທຸກສະ ຫາຍ ເຂົ້າໃຈເນື້ອໃນຈິດໃຈຫຼັກການຢ່າງຖືກຕ້ອງ, ສອດຄ່ອງ ແລະ ຖືກເປົ້າໝາຍ ຕັ້ງແຕ່ຫົວທີ ໂດຍແນໃສ່ສ້າງການ ຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ພາຍໃນອົງກອນ, ຍົກສູງຄວາມຮັບຜິດຊອບການເມືອງ ຂອງແຕ່ລະ ສະຫາຍ ໃນການຫັນປ່ຽນແນວທາງ, ແຜນນະໂຍບາຍ ແລະ ເປົ້າໝາຍສູ້ຊົນຕ່າງໆ ຂອງພັກ ໄປຜັນຂະຫຍາຍໃຫ້ແທດ ເໝາະກັບສະພາບຄວາມເປັນຈິງ ຂອງຂົງເຂດວຽກງານເຕັກໂນໂລຊີ ແລະ ການສື່ສານ ໃຫ້ມີຜົນ ສຳເລັດຕົວຈິງ.
ສຳລັບມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ຮັບຮອງເອົາໂຄງການການເມືອງ ຂອງພັກ ປະຊາຊົນ ປະຕິວັດລາວ ສະບັບທີ 3 ຊຶ່ງ ເປັນປະ ຫວັດສາດອັນສຳຄັນຍິ່ງ ທີ່ຊີ້ທາງເດີນໃຫ້ແກ່ພັກ ແລະ ປວງຊົນລາວບັນດາເຜົ່າ ໃນການສືບຕໍ່ບູລະນະລະບອບ ປະຊາ ທິປະໄຕ ປະຊາຊົນ ຊຶ່ງເປັນລະບອບການເມືອງ ທີ່ໄດ້ມາຈາກປະຊາຊົນ, ໂດຍປະ ຊາຊົນ ແລະ ເພື່ອປະຊາຊົນ ຢ່າງແທ້ຈິງ. ໄດ້ກຳນົດອອກເປັນ 11 ແຜນນະໂຍບາຍໃຫຍ່ ຂອງການບູລະນະລະ ບອບ ປະຊາທິປະໄຕ ປະຊາຊົນ ເພື່ອເປັນພື້ນຖານອັນໜັກແໜ້ນ ໃນການກ້າວຂຶ້ນສູ່ສັງຄົມນິຍົມ ເທື່ອລະກ້າວ.

ພາບ-ຂ່າວ: ພ.ພະຈັນ

