ຄະນະພັກ_ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງແຂວງສາລະວັນ ເຊື່ອມຊຶມເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ

ຄະນະພັກ, ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງ ແຂວງສາລະວັນ ໄດ້ເຊື່ອມຊຶມເນື້ອໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງສາລະວັນ, ຈັດຂຶ້ນໃນວັນທີ 26 ພຶດສະພາ 2026, ຢູ່ທີ່ສະໂມສອນຂອງແຂວງ, ໂດຍການເປັນປະທານຂອງ ສະຫາຍ ປອ ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາ-ຮອງເລຂາຄະນະພັກຮາກຖານ, ຄະນະພັກ-ຄະນະບັນຊາ 2 ກຳລັງ ປກຊ-ປກສ ແລະ ພະນັກງານຫຼັກແຫຼ່ງພາຍໃນແຂວງ. ສຳລັບຄະນະພັກ-ຄະນະນໍາ ຂອງບັນດາເມືອງ ໄດ້ເຂົ້າຮ່ວມເຊື່ອມຊຶມຜ່ານການຖ່າຍທອດສົດຈາກສື່ມວນຊົນຂອງແຂວງ.
ໃນພິທີ, ສະຫາຍ ປອ ດາວວົງ ພອນແກ້ວ ໄດ້ກ່າວໄຂກອງປະຊຸມ ແລະ ຍົກໃຫ້ເຫັນເຖີງຄວາມສໍາຄັນ ແລະ ຈໍາເປັນໃນການເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ເນື້ອໃນເອກະສານຕ່າງໆທີ່ມີຄວາມກ່ຽວພັນກັນ ເພື່ອທຳຄວາມເຂົ້າໃຈໃຫ້ເລີກເຊີ່ງແຕ່ຫົວທີ ໃຫ້ຖືກຕ້ອງ, ສອດຄ່ອງ ແລະ ຖືກເປົ້າໝາຍຕ່າງໆ, ມີຄວາມເປັນເອກະພາບ ແລະ ຜັນຂະຫຍາຍໃຫ້ແທດເໝາະກັບສະພາບຕົວຈິງ, ເພື່ອສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ຍົກສູງຄວາມຮັບຜິດຊອບຂອງຕົນໃນການຫັນແນວທາງ, ແຜນນະໂຍບາຍ, ເປົ້າໝາຍສູ້ຊົນ ໄປຜັນຂະຫຍາຍ ໃຫ້ເປັນຮູບປະທໍາ ແລະ ກ້າວໄປສູ່ການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ. ທັງໄດ້ຍົກໃຫ້ເຫັນເຖີງກອງປະຊຸມໃຫຍ່ ໄດ້ຮັບຮອງເອົາໂຄງການການເມືອງ ຂອງພັກ ສະບັບທີ 3 ຊຶ່ງເປັນເອກະສານສໍາຄັນ ທີ່ຊີ້ທາງເດີນໃຫ້ພັກ ແລະ ປວງຊົນລາວບັນດາເຜົ່າ ສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນ ຊຶ່ງເປັນລະບອບການເມືອງ ທີ່ໄດ້ມາຈາກປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ, ໂຄງການການເມືອງ ສະບັບທີ 3 ໄດ້ວາງ 11 ແຜນນະໂຍບາຍໃຫຍ່ ຂອງການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ. ທັງໄດ້ຍົກໃຫ້ເຫັນເຖີງການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ທີ່ໄດ້ດຳເນີນໃນວັນທີ 6-8 ມັງກອນ 2026 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຄຳຂວັນ “ຍົກສູງ ບົດບາດການນໍາພາ ທີ່ເຂັ້ມແຂງ ຂອງພັກ, ຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”. ເປັນເຫດການການເມືອງ ທີ່ມີຄວາມໝາຍສໍາຄັນອີກນັ້ນໜຶ່ງ ທີ່ບັນທຶກໄວ້ໃນໜ້າປະຫວັດສາດ ຂອງພັກ ແລະ ຂອງຊາດລາວ, ໄດ້ທົບທວນຄືນຜົນຂອງການຜັນຂະຫຍາຍມະຕິ ຂອງກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ກຳນົດແນວທາງ, ນະໂຍບາຍ ແລະ ແຜນປະຕິບັດງານ ຂອງພັກ ແລະ ປະເທດຊາດ ໃນ 5 ປີຕໍ່ໜ້າ, ຍຸດທະສາດພັດທະນາ 10 ປີ, ກໍານົດວິໄສທັດ ຮອດ 2055 ເພື່ອສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງການປ່ຽນແປງໃໝ່ຂອງພັກ ສູ່ລວງເລິກຕໍ່ໆໄປ, ສ້າງບັນດາປັດໄຈ ການບູລະນະລະບອບປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ. ບັນດາເນື້ອໃນເອກະສານເຫຼົ່ານີ້, ລ້ວນແຕ່ມີຄວາມສຳຄັນ ເປັນເຂັມຊີ້ທິດເຍືອງທງໃຫ້ແກ່ການນໍາພາຂອງພັກ, ການຄຸ້ມຄອງຂອງລັດ ແລະ ການຈັດຕັ້ງປະຕິບັດຂອງທົ່ວປວງຊົນ ໃນການສ້າງສາ ແລະ ພັດທະນາປະເທດຊາດ. ທັງເປັນວຽກງານທີ່ສຳຄັນ, ຮີບດ່ວນ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ເຂົ້າໃຈ ຢ່າງເລີກເຊີ່ງ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ.
ຈາກນັ້ນ, ໃນພິທີຍັງໄດ້ເຜີຍແຜ່ເນື້ອໃນຈິດໃຈສໍາຄັນຂອງ 3 ເອກະສານ ຄື: ໂຄງການການເມືອງ ສະບັບທີ 3 ຂອງພັກ, ລາຍງານການເມືອງ, ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ໄດ້ເຜີຍແຜ່ເນື້ອໃນສຳຄັນຂອງແຜນການພັດທະນາເສດຖະກິດແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ຜ່ານຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 11/ຄລສພ, ວ່າດ້ວຍການເພີ່ມທະວີການຊີ້ນຳຂອງຄະນະພັກຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ການແກ້ໄຂບັນຫາຫຍໍ້ທໍ້ດ້ານຊັບພະຍາກອນທໍາມະຊາດ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ 5 ປີ ຄັ້ງທີ X ແລະ ເນື້ອໃນເອກະສານຕ່າງໆຕື່ມອີກ.
————————–
ຂ່າວ-ພາບ: ວິໄລວອນ ສິດທິໄຊ