ກອງປະຊຸມທາບທາມຮ່າງເນື້ອໃນ ຂໍ້ຕົກລົງ ໜ່ວຍງານຕອບຕ້ານຫາງສຽງບໍ່ດີ ຜ່ານສື່ສັງຄົມອອນລາຍ ແລະ ໜ່ວຍງານ ຊອກຄົ້ນຂໍ້ມູນ ແລະ ຄຸ້ມຄອງຄວາມປອດໄພທາງໄຊເບີ
ໃນລະຫວ່າງວັນທີ 26 ມິຖຸນາ2026 ທີ່ຜ່ານມານີ້, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງສາລະວັນ ໄດ້ເປີດກອງປະຊຸມທາບທາມ ຄົ້ນຄວ້າ ແລະ ປະກອບຄຳເຫັນ ໃສ່ຮ່າງເນື້ອໃນ ຂໍ້ຕົກລົງ ໜ່ວຍງານຕອບຕ້ານຫາງສຽງບໍ່ດີ ຜ່ານສື່ສັງຄົມອອນລາຍ ແລະ ໜ່ວຍງານ ຊອກຄົ້ນຂໍ້ມູນ ແລະ ຄຸ້ມຄອງຄວາມປອດໄພທາງໄຊເບີ.
ເຊິ່ງໃຫ້ກຽດເປັນປະທານ ໂດຍ ສະຫາຍ ສົມຄິດ ແສນທະວີ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີຜູ້ເຂົ້າຮ່ວມຈາກຂະແໜງການທີ່ກຽ່ວຂ້ອງ ເຊັ່ນ: ຫ້ອງວ່າການ ແຂວງ, ຄະນະໂຄສະນາອົບຮົມ, ພະແນກ ການຕ່າງປະເທດ, ປກສ ແຂວງ, ບໍລິສັດໂທລະຄົມມະນາຄົມ ສາຂາແຂວງ ແລະ ທະນາຄານທຸລະກິດ ສາຂາແຂວງ ລວມ ທັງໝົດ 18 ທ່ານ ,ຍິງ 4 ທ່ານ.
ໃນກອງປະຊຸມກໍ່ໄດ້ ຜ່ານຮ່າງຂໍ້ຕົກລົງ 2 ສະບັບ ຄຶ:
- ຮ່າງຂໍ້ຕົກລົງ ໜ່ວຍງານຕອບຕ້ານຫາງສຽງບໍ່ດີ ຜ່ານສື່ສັງຄົມອອນລາຍ.
- ຮ່າງຂໍ້ຕົກລົງ ໜ່ວຍງານ ຊອກຄົ້ນຂໍ້ມູນ ແລະ ຄຸ້ມຄອງຄວາມປອດໄພທາງໄຊເບີ.
ພ້ອມກັນນັ້ນ, ບັນດາຜູ້ແທນກອງປະຊຸມ ກໍໄດ້ຄົ້ນຄວ້າ ແລະ ໄດ້ປະກອບຄຳຄິດເຫັນໃສ່ 2 ຮ່າງ ຂໍ້ຕົກລົງດັ່ງກ່າວ ຢ່າງກົງໄປກົງມາ ແລະ ສະເໜີຄົ້ນຄວ້າປັບປຸງບາງຂໍ້ ບາງມາດຕາ ເພື່ອເຮັດໃຫ້ເນື້ອໃນຮັດກຸມ ແລະ ມີຄວາມສົມບູນ ສອດຄ່ອງກັບ ພາລະບົດບາດຂອງແຕ່ລະຂະແໜງການ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນທີ່ດີ, ນອກນີ້ ທ່ານປະທານຍັງໄດ້ສະເໜີໃຫ້ແຕ່ລະພາກສ່ວນ ແຕ່ງຕັ້ງຄະນະຮັບຜິດຊອບ ເປັນກອງເລຂາຊ່ວຍວຽກ ແລະ ຈະໄດ້ຕັ້ງກຸ່ມເພື່ອປະສານວຽກງານສະເພາະ.

