ໂພດຂ່າວ - 16

ສາລະວັນ ກຽມສົ່ງເສີມຜະລິດລະດູຝົນ ພ້ອມຮັບມືການປ່ຽນແປງດິນຟ້າອາກາດ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງສາລະວັນ ໄດ້ຄົ້ນຄວ້າປຶກສາຫາລື, ໃນການສົ່ງເສີມການຜະລິດລະດູຝົນ, ເຊີ່ງມີແຜນປູກພືດລະດູຝົນ ປີ 2026, ໃນເນື້ອທີ 170 ພັນເຮັກຕາ, ຄາດຄະເນຜົນຜະລິດ 2,2 ໂຕນ, ໃນນັ້ນເຂົ້ານາປີ ມີເນື້ອທີ່ຜະລິດ 81,400 ເຮັກຕາ, ຄາດຄະເນຜົນຜະລິດ 370,000 ໂຕນ, ເຊີ່ງມີຈຸດສຸມຍົກສະມັດຕະພາບ 6 ໂຕນຕໍ່ເຮັກຕາ, ໃນເນື້ອທີ່ 1 ພັນເຮັກຕາ ກວມເອົາ 5 ເມືອງ ຄື: ສາລະວັນ, ວາປີ, ເລົ່າງາມ, ຄົງເຊໂດນ ແລະ ເມືອງລະຄອນເພັງ. ການປູກພືດສະບຽງ ແລະ ພືດສິນຄ້າ ມີເນື້ອທີ່ 88 ພັນກວ່າເຮັກຕາ, ຄາດຄະເນຜົນຜະລິດ 1,8 ລ້ານກວ່າໂຕນ ໄດ້ສຸມໃສ່ການປູກພືດ ທີ່ມີທ່າແຮງ, ມີຕະຫຼາດຮອງຮັບ, ໃນນີ້ ເນັ້ນໃສ່ການຜະລິດໃຫ້ມີຄຸນນະພາບ, ດ້ວຍການສົ່ງເສີມການຜະລິດກະສິກຳທີ່ດີ (GAP) ຄຽງຄູ່ກັບການເອົາໃຈໃສ່ຕິດຕາມເຝົ້າລະວັງການລະບາດຂອງພະຍາດສັດຕາມລະດູການ, ຕິດພັນກັບການຊຸກຍູ້ປະຊາຊົນ ສັກຢາປ້ອງກັນພະຍາດສັດ, ຊຸກຍູ້ຟາມ ແລະ ຄອບຄົວຕົວແບບດ້ານການລ້ຽງສັດ ເພື່ອຕອບ ສະໜອງຊີ້ນໃຫ້ພຽງພໍກັບຄວາມຕ້ອງການບໍລິໂພກຂອງປະຊາຊົນ ເຊີ່ງທົ່ວແຂວງ ມີການລ້ຽງສັດເປັນຟາມແບບຄອບຄົວ, ແບບທຸລະກິດເອກະຊົນ 279 ຟາມ, ມີສັດ 52,374 ໂຕ.
ເພື່ອຮອງຮັບໃຫ້ແກ່ການຜະລິດບັນລຸເປົ້າໝາຍ ໄດ້ສຸມໃສ່ການກຽມຮັບມືຕໍ່ການປ່ຽນແປງດິນຟ້າອາກາດ, ເຊີ່ງໄດ້ແຕ່ງຕັ້ງຄະນະກຳມະການສະເພາະ ຕ້ານແລ້ງ-ຕ້ານຖ້ວມ, ແຈ້ງການໃຫ້ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ 8 ຕົວເມືອງ ແລະ ປະຊາຊົນ ເພື່ອຮັບຮູ້ຂໍ້ມູນຂ່າວສານ, ພ້ອມກຽມຄວາມພ້ອມຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ, ກວດກາລະບົບຊົນລະປະທານ, ຄອງເໝືອງ ໃຫ້ຢູ່ໃນສະພາບພ້ອມໃຊ້ງານ ເປັນຕົ້ນ: ຝ່າຍນໍ້າລົ້ນ ແລະ ໂຄງການຈັກສູບນໍ້າດ້ວຍໄຟຟ້າ ລຽບຕາມລໍານໍ້າເຊໂດນ ເຂດເມືອງສາລະວັນ, ເມືອງວາປີ, ເມືອງຄົງເຊໂດນ ແລະ ເມືອງເລົ່າງາມ, ມີ 100 ໂຄງການ (ໃຊ້ໄດ້ 94 ໂຄງການ), ສາມາດສະໜອງນໍ້າໃນລະດູຝົນໄດ້ 17,109 ເຮັກຕາ, ສົ່ງເສີມກະສິກຳ ແລະ ສະຫະກອນ ນໍາໃຊ້ກົນຈັກຮັບໃຊ້ການຜະລິດ ທົ່ວແຂວງ, ເຜີຍແຜ່ຄວາມຮູ້ໃຫ້ແກ່ ຊາວນາ, ຊາວສວນ ກ່ຽວກັບເຕັກນິກການປູກເຂົ້າ, ການເຮັດນາຫວ່ານ, ນາຢອດ, ເຕັກນິກການຜະລິດແບບປະສົມປະສານ, ປູກໝູນວຽນ; ເຕັກນິກການປູກພືດອາຫານສັດ, ເຕັກນິກການປູກພືດຜັກເຮືອນຮົ່ມ, ກາງແຈ້ງ, ເຕັກນິກການປູກພືດລະດູຝົນ; ການປະຍຸກ ແລະ ນໍາໃຊ້ພະລັງງານແສງອາທິດ ເຂົ້າໃນການສະໜອງນໍ້າ ໃຫ້ແກ່ການຜະລິດຢູ່ເຂດຊົນນະບົດ, ພ້ອມກຽມພ້ອມຕິດຕາມການປ່ຽນແປງຂອງສະພາບດິນຟ້າອາກາດ, ລະດັບນໍ້າ ເພື່ອກະກຽມຮັບມືໃຫ້ທັນກັບສະພາບການ. ນອກນັ້ນໄດ້ກຽມຄວາມພ້ອມດ້ານປັດໃຈການຜະລິດ ເຊັ່ນ: ແນວພັນເຂົ້າລຸ້ນ 2 ແລະ ແນວພັນພືດ (ສາລີ) ຈາກໂຄງການຟື້ນຟູໄພພິບັດ ປີ 2025, ແນວພັນເຂົ້າ 28,000 ກິໂລ ແລະ ແນວພັນ ສາລີເຂົ້າໜຽວ 160 ກິໂລກຣາມ. ປະຈຸບັນ ໄດ້ແຈກຢາຍໃຫ້ 5 ເມືອງ: ເມືອງສາລະວັນ, ເລົ່າງາມ, ວາປີ, ຄົງເຊໂດນ ແລະ ເມືອງຕຸ້ມລານ.
ກອງປະຊຸມຫາລືແຜນການຜະລິດລະດູຝົນ ປີ 2026 ແລະ ແຜນການຮັບມືຕໍ່ກັບການປ່ຽນແປງຂອງສະພາບດິນຟ້າອາກາດ (ຕ້ານແລ້ງ-ຕ້ານຖ້ວມ),ຈັດຂື້ນໃນວັນທີ 19 ພຶດສະພານີ້, ຢູ່ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ໂດຍການເຂົ້າຮ່ວມຂອງ ທ່ານ ໂພສີ ແກ້ວສີພັນດອນ ຮອງປະທານຄະນະກໍາມະການປົກຄອງແຂວງ; ຜູ້ຊີ້ນໍາວຽກງານເສດຖະກິດ, ທ່ານ ສີວັນພະກອນ ວົງບຸນທັນ ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ; ມີທ່ານຫົວໜ້າ-ຮອງຫົວໜ້າຂະແໜງ ພາຍໃນພະແນກ ເຂົ້າຮ່ວມ.
ໂພດຂ່າວ – 5
———————————-
ພາບ-ຂ່າວ: ສ.ພະຈັນ
#ໜັງສືພີມ ສາລະວັນ