ແຂວງສາລະວັນ ເຂົ້າຮ່ວມກອງປະຊຸມສ່ອງແສງ ລັດຖະບານ ປະຈຳເດືອນພຶດສະພາ
ແຂວງສາລະວັນ ເຂົ້າຮ່ວມກອງປະຊຸມສ່ອງແສງລັດຖະບານ ປະຈຳເດືອນພຶດສະພາ 2026 ຮູບແບບທາງໄກ ຈັດຂຶ້ນທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ໃນວັນທີ 18 ພຶດສະພາ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ເຂິງຄໍາ ແກ້ວໜູຈັນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາທ່ານຮອງລັດຖະມົນຕີ; ສະມາຊິກລັດຖະບານ; ຮອງປະທານຄະນະກໍາມະການປົກຄອງແຂວງ ທົ່ວປະເທດ ເຂົ້າຮ່ວມ. ແຂວງສາລະວັນ ຈັດຂື້ນຢູ່ທີ່ຫ້ອງປະຊຸມຊັ້ນສອງ ສະໂມສອນແຂວງ, ໂດຍການເຂົ້າຮ່ວມຂອງ ທ່ານ ໂພສີ ແກ້ວສີພັນດອນ ຮອງປະທານຄະນະກໍາມະການປົກຄອງແຂວງ ພ້ອມດ້ວຍບັນດາທ່ານຮອງຫົວໜ້າພະແນກການ, ອົງການທຽບເທົ່າ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ລາຍງານສະພາບການຈັດຕັ້ງການເຄື່ອນໄຫວ ວຽກງານທີ່ພົ້ນເດັ່ນໃນເດືອນຜ່ານມາ ແລະ ຂໍ້ສະເໜີຕໍ່ລັດຖະບານ ຈາກບັນດາກະຊວງ, ອົງການ, ສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ. ສໍາລັບແຂວງສາລະວັນ ໃນໄລຍະ 1 ເດືອນຜ່ານມາ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງສູນກາງພັກ ແລະ ມະຕິກອງປະຊຸມລັດຖະບານ ສະບັບ ເລກທີ 1 ປີ 2026 ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງແຂວງ ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ, ໂດຍສະເພາະການປະຕິບັດນະໂຍບາຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃຫ້ເປັນຮູບປະທໍາ ເທື່ອລະກ້າວ; ອັນທີ່ພົ້ນເດັ່ນ ຕົວເລກຫຼ້າສຸດຈາກກອງປະຊຸມລັດຖະບານ ປະຈຳເດືອນພຶດສະພາ 2026 ຊີ້ໃຫ້ເຫັນວ່າ: ເສດຖະກິດແຂວງສາລະວັນ ກໍາລັງມີທ່ວງທ່າຂະຫຍາຍຕົວຂຶ້ນ ໂດຍເກັບລາຍຮັບໄດ້ແລ້ວ 630,05 ຕື້ກີບ (ເກີນເຄິ່ງໜຶ່ງຂອງແຜນການປີ). ຜົນງານເດັ່ນຄືການກວດກາພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງໄດ້ 436 ຄັນ ສ້າງລາຍຮັບເຂົ້າລັດຫຼາຍກວ່າ 24 ຕື້ກີບ, ສ່ວນການສົ່ງອອກ ແລະ ຜົນຜະລິດນາແຊງ ບັນລຸ 95% ຂອງແຜນ; ໃນຮອບ 1 ເດືອນຜ່ານມາ ບໍ່ມີລາຍງານຄະດີຢາເສບຕິດ, ຖືເປັນບາດກ້າວທີ່ສໍາຄັນໃນການປະຕິບັດເນື້ອໃນວາລະແຫ່ງຊາດ.
ໃນຕອນທ້າຍ ກອງປະຊຸມກໍ່ໄດ້ແລກປ່ຽນປະກອບຄວາມຄິດເຫັນ.

