ສາລະວັນ – ກວາງຈິ ລົງນາມຮ່ວມມືວຽກງານຊາຍແດນປີ 2026 ສຶບຕໍ່ສ້າງຊາຍແດນສະຫງົບ ແລະ ພັດທະນາຍືນຍົງ.

ເນື້ອໃນບົດບັນທຶກຊ່ວຍຈຳລະຫວ່າງຄະນະຜູ້ແທນຊາຍແດນແຂວງສາລະວັນ ສປປ ລາວ ແລະ ຄະນະຜູ້ແທນຊາຍແດນແຂວງກວາງຈິ ສສ ຫວຽດນາມ ທີ່ລົງນາມຮ່ວມມືກັນປີ 2026, ເຫັນດີສືບຕໍ່ຍູ້ແຮງວຽກງານຂໍ້ມູນຂ່າວສານ ແລະການສື່ສານຜ່ານຫຼາຍຮູບແບບຄື: ຈັດກອງປະຊຸມ, ການໂຄສະນາຢູ່ຂັ້ນທ້ອງຖິ່ນ, ດ້ວຍການສ້າງເອກະສານເປັນສອງພາສາ, ສູ້ຊົນເຮັດໃຫ້ພະນັກງານຢູ່ຂັ້ນທ້ອງຖິ່ນຮາກຖານ 90% ຂຶ້ນໄປ ແລະ ປະຊາຊົນຫຼາຍກວ່າ 80% ຂຶ້ນໄປ ຢູ່ເຂດຊາຍແດນ ໃຫ້ສາມາດເຂົ້າເຖິງຂໍ້ມູນຂ່າວສານ ເພື່ອຈັດຕັ້ງປະຕິບັດນິຕິກຳທາງກົດໝາຍກ່ຽວກັບຊາຍແດນ ລະຫວ່າງ ລາວ – ຫວຽດນາມ, ຊີ້ນຳຄະນະຄຸ້ມຄອງດ່ານສາກົນລະໄລ – ລະໄລ ແລກປ່ຽນປະສົບການການຄຸ້ມຄອງບໍລິຫານດ່ານເປັນປະຈຳໄຕມາດ, ຈັດຕັ້ງການລາດຕະເວນສອງຝ່າຍຢ່າງໜ້ອຍສອງຄັ້ງຕໍ່ປີ, ຕ້ານອາຊະຍາກຳຂ້າມຊາຍແດນ ແລະ ການເຄື່ອນໄຫວອື່ນໆ ທີ່ມີຜົນກະທົບຕໍ່ຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນເຂດຊາຍແດນ ລາວ-ຫວຽດນາມ, ຊອກຫາວິທີແກ້ໄຂການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຜ່ານດ່ານຊາຍແດນສາກົນລະໄລ, ເອົາໃຈໃສ່ການລົງທຶນດ້ານພື້ນຖານໂຄງລ່າງ ແລະ ລະບົບການຂົນສົ່ງໃນເຂດດ່ານຊາຍແດນຄູ່ດ່ານປະເພນີ ອາຊົກ – ກັອກ ເພື່ອຮັບປະກັນບັນດາເງື່ອນໄຂ ແລະ ມາດຕະຖານຕາມລະບຽບການ ພ້ອມກັນສະເໜີຍົກລະດັບດ່ານດັ່ງກ່າວ ໃຫ້ເປັນດ່ານຊາຍແດນທ້ອງຖິ່ນໃນໄລຍະປີ 2028 – 2030, ເຂົ້າຮ່ວມໃນການກວດກາແບບຄູ່ຂະໜານຢູ່ຊາຍແດນ ແລະ ຫຼັກໝາຍຊາຍແດນປະເທດຮ່ວມກັນຕາມແຜນການຂອງອົງການຊາຍແດນສູນກາງຂອງລາວ ແລະ ຫວຽດນາມ, ຈັດຕັ້ງປະຕິບັດນະໂຍບາຍຂອງ ລັດຖະບານລາວ – ຫວຽດນາມ ຢ່າງມີປະສິດທິພາບ ກ່ຽວກັບການຂະຫຍາຍເວລາເຮັດວຽກຢູ່ດ່ານຊາຍແດນສາກົນລະໄລ – ລະໄລ ຈາກເວລາ 7:00-19:30 ມາເປັນ 7:00-22:00 ທຸກໆມື້, ລວມທັງວັນ ເສົາ ແລະວັນອາທິດ, ສືບຕໍ່ອອກ ວິຊາ ຢູ່ດ່ານສາກົນລະໄລ – ລະໄລ,ໃນປີ 2026 ຄະນະກຳມະການຊີ້ນຳວຽກງານຊາຍແດນແຂວງກວາງຈິ ຈະສືບຕໍ່ເປີດຫຼັກສູດຝຶກອົບຮົມໃຫ້ແກ່ສະມາຊິກຂອງກອງເລຂາຄະນະກຳມະການຊາຍແດນແຂວງສາລະວັນ ຈຳນວນ 10 ສະຫາຍ, ສ້າງກົນໄກການແລກປ່ຽນຂໍ້ມູນກ່ຽວກັບພະຍາດຕິດຕໍ່ແບບເປັນປະຈຳ ແລະ ແບບສະເພາະໜ້າ, ຈັດຕັ້ງການກວດ ແລະ ປິ່ນປົວພະຍາດເຄື່ອນທີ່ 1 ຄັ້ງຕໍ່ປີ, ຮ່ວມມືຢ່າງໃກ້ຊິດໃນການປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ຂ້າມຊາຍແດນ ຢ່າງມີປະສິດທິພາບ, ສືບຕໍ່ຈັດຕັ້ງປະຕິບັດ ແລະ ສົ່ງເສີມການກວດ, ປິ່ນປົວ ແລະ ການແຈກຢາຍຢາໃຫ້ແກ່ປະຊາຊົນແຂວງສາລະວັນ ທີ່ອາໄສຢູ່ຕາມຊາຍແດນຢ່າງມີປະສິດທິພາບ, ຄຸ້ມຄອງການເຂົ້າ – ອອກຂອງພົນລະເມືອງ ຂອງທັງສອງປະເທດຢ່າງເຂັ້ມງວດຕາມກົດໝາຍ, ສືບຕໍ່ສົ່ງເສີມຮູບແບບການສ້າງບ້ານແຮກສ່ຽວຢ່າງມີປະສິດທິພາບຢູ່ທັງສອງຟາກຊາຍແດນ, ຊຸກຍູ້ການຈັດງານແລກປ່ຽນວັດທະນະ ທຳ ແລະ ກິລາ, ກິດຈະກຳດ້ານສຸຂະພາບສຳລັບປະຊາຊົນໃນເຂດຊາຍແດນ, ການແລກປ່ຽນປະສົບການໃນການຜະລິດກະສິກຳ ແລະ ຕະຫຼາດການຄ້າຊາຍແດນ, ຈັດຕັ້ງປະຕິບັດໂຄງການຮ່ວມມືດ້ານການສຶກສາ ແລະ ການຝຶກອົບຮົມ ລະຫວ່າງໂຮງຮຽນໃນເຂດຊາຍແດນ.
ແຂວງສາລະວັນ ເຫັນດີເປັນເອກະພາບຮ່ວມກັບແຂວງກວາງຈິ ນໍາສະເໜີລັດຖະບານລາວ ພິຈາລະນາກຳນົດຈຸດເສັ້ນທາງຈາກສົ້ນຂົວເຊລະນອງ ຕັດເວັ້ນເມືອງຕະໂອ້ຍ ເຖິງເສັ້ນທາງເຊື່ອມຈອດຊາຍແດນເມືອງນອງ, ຈັດພິທີເປີດ ແລະ ນຳໃຊ້ອາຄານອາເນກປະສົງຂອງໂຮງຮຽນມັດທະຍົມເມືອງສະໝ້ວຍ, ທີ່ຮັບທຶນກໍ່ສ້າງຈາກແຂວງກວາງຈິສຳລັບໄລຍະປີ 2023 – 2025, ໃນໄຕມາດທີສອງຂອງປີ 2026.
ພິທີລົງນາມບົດບັນທຶກຊ່ວຍຈຳ ຈັດຂື້ນໃນວັນທີ 15 ພຶດສະພານີ້, ທີ່ແຂວງກວາງຈິ ສສ ຫວຽກນາມ ຝ່າຍ ແຂວງສາລະວັນ ລົງນາມໂດຍ ສະຫາຍ ປະເດີມພອນ ສົນທະນີ ປະທານຄະນະກໍາມະການປົກຄອງແຂວງ, ປະທານຄະນະກຳມະການຊາຍແດນ ລາວ – ຫວຽດນາມ ແຂວງສາລະວັນ, ຝ່າຍແຂວງກວາງຈິ ລົງນາມໂດຍ: ສະຫາຍ ຮ່ວງນາມ ຮອງປະທານ ຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງ, ຫົວໜ້າຄະນະຊີ້ນໍາວຽກງານຊາຍແດນ ເຊິ່ງຈັດຂື້ນພ້ອມດຽວກັບການລົງນາມລະຫວ່າງຄະນະຜູ້ແທນຊາຍແດນແຂວງສະຫັວນນະເຂດ, ຄຳມ່ວນ ກັບແຂວງກວາງຈິ ໂດຍມີ ຄະນະຜູ້ແທນຊາຍແດນທັງ 4 ແຂວງເຂົ້າຮ່ວມ.