ປະທານອົງການກວດສອບແຫ່ງລັດ ຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສາລະວັນ

ວັນທີ 14 ພຶດສະພາ 2026 ນີ້ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມຄະນະ ໂອກາດໄດ້ເດີນທາງມາເຄື່ອນໄຫວ ແລະ ວຽກຢູ່ແຂວງສາລະວັນ ທ່ານກໍ່ໄດ້ເຂົ້າຢ້ຽມຍາມ ແລະ ເຮັດວຽກກັບທ່ານ ເລຂາຄະນະບໍລິຫານງານພັກ ແຂວງສາລະວັນ ເຊີ່ງໃຫ້ກຽດຕ້ອນຮັບຂອງ ທ່ານ ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ພ້ອມດ້ວຍຄະນະ ຕ້ອນຮັບຢ່າງອົບອຸ່ນ ຢູ່ທີ່ຫ້ອງຮັບຮອງງ່າຊ້າງ ສະໂມສອນແຂວງສາລະວັນ.
ໂອກາດຢ້ຽມຍາມຄັ້ງນີ້ ທ່ານ ວຽງທະວີສອນ ເທບພະຈັນ ກໍ່ໄດ້ສະແດງຄວາມດີໃຈຕໍ່ທ່ານເລຂາຄະນະບໍລິຫານງານພັກແຂວງ ພ້ອມຄະນະ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ ພ້ອມນັ້ນທ່ານກໍ່ໄດ້ລາຍງານກ່ຽວກັບຈຸດປະສົງ ເພື່ອລາຍງານການລົງເຄື່ອນໄຫວເຮັດວຽກຂອງຄະນະນໍາອົງການກວດສອບແຫ່ງລັດຢູ່ແຂວງສາລະວັນ, ເພື່ອຕິດຕາມການນໍາໃຊ້ງົບປະມານ, ຊັບສິນ ແລະ ການເງິນຂອງລັດ ໃຫ້ຖືກຕ້ອງ, ໂປ່ງໃສ ແລະ ຖືກຕາມລະບຽບກົດໝາຍວາງອອກ; ພ້ອມນີ້ທ່ານ ຍັງໄດ້ສະແດງຄວາມຍິນດີ, ຊົມເຊີຍຕໍ່ຜົນສໍາເລັດການມອບ-ຮັບ ໜ້າທີ່ ປະທານສະພາປະຊາຊົນແຂວງສາລະວັນ ແລະ ປະທານຄະນະກຳມະການ ຂອງສະພາປະຊາຊົນແຂວງ. ນອກຈາກນີ້ທ່ານ ຍັງໄດ້ສະເໜີໃຫ້ທ່ານ ເລຂາຄະນະບໍລິຫານງານພັກແຂວງ ຊ່ວຍຊຸກຍູ້ບັນດາພະແນກການອ້ອມຂ້າງແຂວງ ໃຫ້ຄວາມຮ່ວມມື ໃນການກວດສອບຄັ້ງນີ້ ໂດຍສະເພາະດ້ານການສະໜອງຂໍ້ມູນຄວາມຈິງ ການນໍາໃຊ້ງົບປະມານ, ຊັບສິນ ແລະ ການເງິນຂອງລັດ ໃນໄລຍະ 1 ປີ ຜ່ານມາ ເພື່ອໃຫ້ວຽກງານກວດສອບດໍາເນີນໄປຢ່າງມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ໂອກາດດັ່ງກ່າວ ທ່ານ ດາວວົງ ພອນແກ້ວ ກໍ່ໄດ້ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຍິນດີໃນການໃຫ້ຄວາມຮ່ວມມື ກັບຄະນະກວດສອບແຫ່ງລັດ ໃນການລົງຕິດຕາມ ແລະ ກວດສອບ ການນໍາໃຊ້ງົບປະມານ, ຊັບສິນ ແລະ ການເງິນຂອງລັດ ໃຫ້ຖືກຕ້ອງ, ໂປ່ງໃສ ແລະ ສອດຄ່ອງຕາມລະບຽບກົດໝາຍຂອງລັດ; ຈະເປັນກໍາລັງແຮງຊຸກຍູ້ໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງ ປະສານງານ ແລະ ອໍານວຍຄວາມສະດວກແກ່ຄະນະກວດສອບຄັ້ງນີ້ ໃນການສະໜອງຂໍ້ມູນ, ເອກະສານ ແລະ ບົດລາຍງານຕ່າງໆ ຢ່າງຄົບຖ້ວນ ແລະ ທັນເວລາ; ເພາະຖືວ່າ ການກວດກາ ແລະ ຕິດຕາມຂອງອົງການກວດສອບ ເປັນກົນໄກສໍາຄັນ ໃນການຊ່ວຍຍົກລະດັບການບໍລິຫານງົບປະມານ ແລະ ການເງິນຂອງລັດ ໃຫ້ມີຄວາມຮັດກຸມ, ໂປ່ງໃສ ແລະ ສາມາດປ້ອງກັນບັນຫາການຮົ່ວໄຫຼ ຫຼື ການນໍາໃຊ້ງົບປະມານທີ່ບໍ່ຖືກຈຸດປະສົງ ໄດ້ຢ່າງມີປະສິດທິຜົນ