ເມືອງສະໝ້ວຍ ສຳເລັດການຝຶກອົບຮົມການນຳໃຊ້ ແລະ ການຄຸ້ມຄອງເວັບໄຊດ້ວຍ G-web Platform

#ເມືອງສະໝ້ວຍ ສຳເລັດການຝຶກອົບຮົມການນຳໃຊ້ ແລະ ການຄຸ້ມຄອງເວັບໄຊ ດ້ວຍ G-web Platform version 2 ໄດ້ຈັດຂຶ້ນວັນທີ 12-13 ພຶດສະພາ 2026 ທີ່ຫ້ອງປະຊຸມ ຫ້ອງວ່າການເມືອງ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສົມຄິດ ແສນທະວີ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງສາລະວັນ, ທ່ານ ສົມນຶກ ກຸມມານພິນເບ ປະທານຄະນະກຳມະການປົກຄອງເມືອງ ພ້ອມດ້ວຍຄູຝຶກ ແລະ ສຳມະນາກອນເຂົ້າຮ່ວມ.
#ຈຸດປະສົງການຈັດຝຶກອົບຮົມໃນຄັ້ງນີ້ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນຂອງພາກລັດ ກໍ່ຄືພະນັກງານຂອງບັນດາຫ້ອງການ, ອົງການທຽບເທົ່າອ້ອມຂ້າງເມືອງ ໄດ້ຮັບຮູ້, ເຂົ້າໃຈ, ສາມາດສ້າງ ແລະ ພັດທະນາເວັບໄຊ ຂອງຂະແໜງການຕົນໄດ້ ໃນການໃຫ້ບໍລິການດ້ານຂໍ້ມູນຂ່າວສານ ໃຫ້ແກ່ປະຊາຊົນ ແລະ ສັງຄົມ. ພ້ອມທັງເປັນການຊຸກຍູ້ສົ່ງເສີມການຫັນເປັນທັນສະໄໝຂອງພາກລັດ. ການຝຶກອົບຮົມຄັ້ງນີ້ ໄດ້ເນັ້ນພາກປະຕິບັດຕົວຈິງໃນການສ້າງ ແລະ ພັດທະນາເວັບໄຊດ້ວຍລະບົບເວັບໄຊພາກລັດ (G-Web Platform v2) ກ່ອນຈະເຂົ້າພາກປະຕິບັດຕົວຈິງ, ສໍາມະນາກອນໄດ້ນໍາສະເໜີກ່ຽວກັບພາບລວມ ຂອງລະບົບເວັບໄຊພາກລັດ (G-Web Platform v2) ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບໂຄງປະກອບສ້າງດ້ານເຕັກນິກຂອງເວັບໄຊພາກລັດ ພ້ອມທັງການກະກຽມເຄື່ອງມືການຕິດຕັ້ງເວັບໄຊ, ໃນພາກປະຕິບັດຕົວຈິງ.
#ຈາກນັ້ນ ທ່ານຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງສາລະວັນ ໄດ້ມອບການນຳໃຊ້ ແລະ ການຄຸ້ມຄອງເວັບໄຊ ດ້ວຍ G-web Platform version 2 ໃຫ້ກັຍທ່ານປະທານຄະນະກໍາມະການປົກຄອງເມືອງສະໝ້ວຍ ແລະ ມອບໃບຢັ້ງຢືນການຝຶກອົບຮົມການນຳໃຊ້ ແລະ ການຄຸ້ມຄອງເວັບໄຊ ດ້ວຍ ດ້ວຍ G-web Platform version 2 ໃຫ້ແກ່ສໍາມະນາກອນ ຈໍານວນ 24 ທ່ານ, ຍິງ 9 ທ່ານ.