ກອງປະຊຸມ ຝຶກອົບຮົມການສຳຫຼວດ ແລະ ເກັບກຳຂໍ້ມູນດັດສະນີຕົວຊີ້ວັດ ການພັດທະນາລັດຖະບານດິຈິຕອນ ທີ່ແຂວງສາລະວັນ
ໃນລະຫວ່າງວັນທີ 29-30 ກໍລະກົດ 2026 ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຝຶກອົບຮົມໃນຫົວຂໍ້: “ການສຳຫຼວດ ແລະ ເກັບກຳຂໍ້ມູນດັດສະນີຕົວຊີ້ວັດ ການພັດທະນາລັດຖະບານດິຈິຕອນ (Digital Government Index) ຢູ່ ສປປ ລາວ” ໂດຍການໃຫ້ກຽດເປັນປະທານຂອງທ່ານ ອຳພອນສັກ ເທບພູມີ, ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ແລະ ທ່ານ ສົມຄິດ ແສນທະວີ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງສາລະວັນ, ມີບັນດາຜູ້ຕາງໜ້າຈາກພະແນກເຕັກໂນໂລຊີ ແລະ ການສື່ສານ 07 ແຂວງ ພາກກາງ ແລະ ພາກໃຕ້, ພ້ອມດ້ວຍພະນັກງານບັນດາພະແນກການອ້ອມຂ້າງພາຍໃນແຂວງ ສາລະວັນເຂົ້າຮ່ວມທັງໝົດຈຳນວນ 40 ກວ່າທ່ານ.

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈທີ່ເປັນເອກະພາບກ່ຽວກັບວິທີການ, ຂັ້ນຕອນ ແລະ ເຕັກນິກໃນການສຳຫຼວດ ແລະ ເກັບກຳຂໍ້ມູນຕົວຊີ້ວັດ ການພັດທະນາລັດຖະບານດິຈິຕອນ ເພື່ອໃຫ້ສາມາດວັດແທກ ແລະ ປະເມີນຜົນການຫັນເປັນລັດຖະບານດິຈິຕອນ ຢູ່ ສປປ ລາວ ໄດ້ຢ່າງຖືກຕ້ອງຊັດເຈນ ແລະ ສອດຄ່ອງກັບມາດຕະຖານສາກົນ.

ໃນພິທີຝຶກອົບຮົມ, ທ່ານ ອຳພອນສັກ ເທບພູມີ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງວຽກງານດັ່ງກ່າວວ່າ: “ການເກັບກຳຂໍ້ມູນດັດສະນີຕົວຊີ້ວັດ ການພັດທະນາລັດຖະບານດິຈິຕອນ ບໍ່ພຽງແຕ່ເປັນການວັດແທກຜົນງານເທົ່ານັ້ນ, ແຕ່ຍັງເປັນພື້ນຖານອັນສຳຄັນໃນການກຳນົດນະໂຍບາຍ, ແຜນຍຸດທະສາດ ແລະ ການວາງທິດທາງໃນການພັດທະນາໂຄງລ່າງພື້ນຖານດິຈິຕອນ, ການບໍລິການພາກລັດຜ່ານທາງອອນລາຍ ແລະ ການສ້າງຄວາມພ້ອມດ້ານດິຈິຕອນໃຫ້ແກ່ສັງຄົມ ເພື່ອມຸ່ງສູ່ການພັດທະນາເສດຖະກິດ-ສັງຄົມ ຕາມທິດຍຸກສະໄໝໃໝ່.”
ຕະຫຼອດໄລຍະການຝຶກອົບຮົມ, ຜູ້ເຂົ້າຮ່ວມຈາກບັນດາພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໄດ້ຮຽນຮູ້ກ່ຽວກັບ:
* ໂຄງສ້າງ ແລະ ຄວາມໝາຍຂອງຕົວຊີ້ວັດການພັດທະນາລັດຖະບານດິຈິຕອນ.
* ເຕັກນິກການເກັບກຳຂໍ້ມູນທີ່ຖືກຕ້ອງຕາມຫຼັກວິຊາການ.
* ການນຳໃຊ້ເຄື່ອງມືດິຈິຕອນໃນການວິເຄາະ ແລະ ສັງລວມຂໍ້ມູນ.
* ການແລກປ່ຽນບົດຮຽນ ແລະ ປຶກສາຫາລືກ່ຽວກັບສິ່ງທ້າທາຍຕ່າງໆໃນການປະຕິບັດວຽກງານຕົວຈິງ.

