ຖິງແມ່ນວ່າ Advanced Persistent Threats (APT) ຈະຖືກ Ransomware ຍາດພື້ນທີ່ພາດຫົວຂ່າວໃນແຕ່ລະມື້ໄປຈົນໝົດ ແຕ່ກໍ່ບໍ່ແມ່ນວ່າການໂຈມຕີແບບ APT ຈະມີຈໍານວນຫຼຸດລົງ ຫຼາຍອົງກອນຂະໜາດໃຫ່ຍ ຍັງຕົກເປັນເປົ້າໝາຍຂອງແຮັກເກີ (Hacker) ໃນການຄ່ອຍໆເຈາະລະບົບເພື່ອແຊກຊຶມ ແລະ ລັກຂໍ້ມູນ, ໃນບົດຄວາມນີ້ຈຶ່ງສັງລວມ 5 ວິທີ ໃນການເພີ່ມຄວາມປອດໄພໃຫ້ແກ່ອົງກອນສໍາລັບປ້ອງກັນການໂຈມຕີແບບ APT. Advanced Persistent Threats ແມ່ນຫຍັງ? APT ເປັນການໂຈມຕີລະບົບເຄືອຂ່າຍຮູບແບບໜຶ່ງ ທີ່ແຮັກເກີຈະເລືອກເປົ້າໝາຍພຽງເປົ້າໝາຍດຽວ ແລ້ວໂຈມຕີສະເພາະເປົ້າໝາຍນັ້ນ ໂດຍການອາໄສວິທີການໂຈມຕີຮູບແບບຕ່າງໆ ປະສົມປະສານກັນ ເພື່ອໃຫ້ປະສົບຜົນສໍາເລັດ ບໍ່ວ່າຈະເປັນການເຮັດ Social Engineering ທີ່ອາໄສຂໍ້ມູນເປົ້າໝາຍທີ່ເກັບສັງລວມມາໄດ້ ຫຼື ການອອກເເບບ ມັນແວ (Malware) ສໍາລັບໃຊ້ໂຈມຕີເປົ້າໝາຍໂດຍສະເພາະ ເປັນຕົ້ນແມ່ນ ຂະບວນການໂຈມຕີ, […]
ວິທີການປ້ອງກັນ ADVANCED PERSISTEMT THREATS
