#ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງພັກປະຊາຊົນ ປະຕິບັດລາວ ຄົບຮອບ 70 ປີ (22 ມີນາ 1955 – 22 ມີນນາ 2025), ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 22 ມີນານີ້, ຢູ່ທີ່ສະໂມສອນຂອງແຂວງ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ສະຫາຍ ນາງ ຕ້າ ເຟືອງ ຢຸງ ກົງສູນໃຫຍ່ ສສ ຫວຽດນາມ ປະຈໍານະຄອນປາກເຊ ແຂວງຈຳປາສັກ, ມີບັນດາສະຫາຍອະດິດການນໍາຂອງແຂວງ, ພະນັກງານອາວຸໂສບໍາບານ, ບັນດາສະຫາຍຄະນະບໍລິຫານງານພັກແຂວງ, ການນໍາຂອງເມືອງ 8 ຕົວເມືອງ ແລະ ການນໍາຂອງ 3 ແຂວງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ພະນັກງານ-ຫຼັກແຫຼ່ງ, ພະນັກງານ-ສະມາຊິກພັກ, ພະນັກງານ-ອາວຸໂສບໍານານ ແຂກທີ່ຖືກເຊີນຈາກ ສສ ຫວຽດນາມ ແລະ ນັກຮຽນ ເຂົ້າຮ່ວມ.
#ໃນພິທີ, ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ ໄດ້ກ່າວປາໄສວ່າ: ພາຍໃຕ້ການນໍາພາ ຂອງພັກປະຊາຊົນ ປະຕິວັດລາວ ທີ່ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງ ໃນການຕໍ່ສູ້ກູ້ຊາດ ຂອງປະຊາຊົນບັນດາເຜົ່າ ຊາວແຂວງສາລະວັນ ດ້ວຍວິລະກໍາອັນອົງອາດກ້າຫານ ແລະ ມີຄວາມເອກອ້າງທະນົງໃຈ ທີ່ໄດ້ຮັບການສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມຈົງຮັກພັກດີ ຂອງສະມາຊິກພັກ, ພະນັກງານ ແລະ ປວງຊົນລາວ, ຍ້ອນຄວາມຮຽກຮ້ອງຕ້ອງການ ຂອງປະຊາຊົນບັນດາເຜົ່າ ໃນການຕໍ່ສູ້ກູ້ຊາດ, ຕ້ານການຮຸກຮານ ຂອງພວກຕ່າງຊາດ ພັກຈິ່ງໄດ້ກໍາເນິດເກີດຂື້ນ ເພື່ອການນໍາພາທີ່ກ້າແກ່ນ ເດັດດ່ຽວໜຽວແໜ້ນ ແລະ ເປັນແບບຢ່າງທີ່ດີຕະຫຼອດມາ ປະຊາຊົນບັນດາເຜົ່າ ມີຄວາມເຊື່ອໝັ້ນ ໄວ້ວາງໃຈ ແລະ ເຂົ້າຮ່ວມໃນທຸກພາລະກິດຂະບວນການຕໍ່ສູ້ຕ້ານການຮຸກຮານ ຕິດພັນກັບກະແສຟອງ ຂອງຂະບວນການປະຕິວັດ ຂອງຊົນຊັ້ນກໍາມະກອນຢູ່ອີນດູຈີນ ແລະ ໃນໂລກ ຈິ່ງເຮັດໃຫ້ພັກເຮົາໄດ້ຮັບການສະໜັບສະໜູນພາຍໃນປະເທດ ທັງທຸກກໍາລັງປະຕິວັດ ແລະ ກ້າວໜ້າບົນເວທີສາກົນ ເຊິ່ງເປັນປັດໃຈສໍາຄັນ ໃນການເຕີບໃຫ່ຍເຂັ້ມແຂງ ເປັນສີ່ງຄໍ້າປະກັນໄຊຊະນະ ຂອງພາລະກິດປະຕິວັດພາຍໃຕ້ການນໍາພາ ຂອງພັກ. ໃນໂອກາດອັນສໍາຄັນນີ້ ແລະ ຄວາມປິຕິຍີນດີໃນການກະກຽມ ສະເຫຼີມສະຫຼອງສາມບຸນປະຫວັດສາດໃຫຍ່, ພ້ອມທັງສ້າງຂະບວນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ, ເພື່ອສູ້ຊົນເຮັດໃຫ້ຈັດຕັ້ງປະຕິບັດມະຕິກອງປະຊມໃຫຍ່ ຄັ້ງທີ XI ຂອງສູນກາງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງສາລະວັນ ໃຫ້ບັນລຸຕາມເປົ້າໝາຍ ທີ່ວາງອອກ ແລະ ກຽມດໍາເນີນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງສາລະວັນ ສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການຫັນປ່ຽນທີ່ແຂງແຮງ, ເລີກເຊີ່ງ ແລະ ຮອບດ້ານ.
#ຕະຫຼອດໄລຍະ 70 ປີຜ່ານມາ, ຄະນະພັກ – ອົງຄະນະພັກແຂວງ ໄດ້ເອົາໃຈໃສ່ ນໍາພາ-ຊີ້ນໍາການພັດທະນາແຂວງສາລະວັນ ມີຜົນສຳເລັດຫຼາຍດ້ານ, ໂດຍພື້ນຖານຮັບປະກັນການຈັດຕັ້ງປະຕິບັດ ແນວທາງປ່ຽນແປງໃໝ່ ກໍ່ຄື ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໄດ້ຢ່າງເປັນເຈົ້າການ, ເສດຖະກິ ມີຂະຫຍາຍຕົວຕໍ່ເນື່ອງ ຢ່າງຖືກທິດ, ຈັ່ງຫວະການເຕີບໂຕຂອງເສດຖະກິດ ກໍບັນລຸຄາດໝາຍທີ່ວາງໄວ້, ລວມຍອດຜະລິດຕະພັນພາຍໃນ ໃນແຕ່ລະສະໄໝຂອງກອງປະຊຸມ, ລາຍໄດ້ສະເລ່ຍຕໍ່ຫົວຄົນ ສາມາດບັນລຸໄດ້ເກຶອບ 10 ລ້ານກີບຕໍ່ຄົນຕໍ່ປີ, ດ້ານວັດທະນະທຳ – ສັງຄົມ ຖືເອົາການພັດທະນາຊັບພະຍາກອນມະນຸດ ເປັນໃຈກາງ, ເປັນບູລິມະສິດ ສືບຕໍ່ຊຸກຍູ້ການສຶກສາ ໃຫ້ກ້າວເຂົ້າສູ່ລວງເລີກ, ດ້ານສາທາລະນະສຸກ ກໍໄດ້ຮັບການປັບປຸງ ແລະ ພັດທະນາດີຂຶ້ນເປັນກ້າວໆ.
#ໃນໂອກາດດັ່ງກ່າວ, ສະຫາຍເລຂາຄະນະບໍລິຫານງານພັກແຂວງສາລະວັນ ໄດ້ຮຽກຮ້ອງມາຍັງຖັນແຖວພະນັກງານ, ສະມາຊິກພັກ ທີ່ໜຸ່ມແໜ້ນທຸກຖ້ວນໜ້າ ຈົ່ງເຊີດຊູມານະຈິດປະຕິວັດ, ຕັ້ງໜ້າຄົ້ນຄວ້າຮ່ຳຮຽນເອົາຄວາມຮູ້ ທາງດ້ານວິທະຍາສາດ-ເຕັກນິກ, ຕະລຸມບອນເຂົ້າໃນສະໜາມຮົບ ຕໍ່ສູ້ຕ້ານຄວາມທຸກຍາກຫຼ້າຫຼັງ, ຄວາມຫຍໍ້ທໍ້ ແລະ ຄວາມອະຍຸຕິທໍາໃນສັງຄົມ ເຮັດໃຫ້ພັກເຮົາ ສືບຕໍ່ເຂັ້ມແຂງ, ເຕີບໃຫຍ່ຂຶ້ນ ເພື່ອນຳເອົາປະເທດຊາດ ກໍ່ຄືແຂວງສາລະວັນ ອັນແສນຮັກຂອງພວກເຮົາ ກ້າວສູ່ຄວາມມັ່ງຄັ່ງເຂັ້ມແຂງ, ຮຽກຮ້ອງມາຍັງປະຊາຊົນລາວບັນດາເຜົ່າ ຈົ່ງອອກແຮງເສີມຂະຫຍາຍ ມູນເຊື້ອຮັກຊາດ, ຮັກລະບອບໃໝ່, ມູນເຊື້ອສາມັກຄີປອງດອງ, ປະຕິບັດສິດເປັນເຈົ້າປະເທດຊາດ ຢ່າງແຂງແຮງ, ເປັນເຈົ້າການເຂົ້າຮ່ວມຕິດຕາມ, ກວດກາການເຄື່ອນໄຫວຂອງພັກ ແລະ ຂອງສະມາຊິກພັກ ຢ່າງເປັນປົກກະຕິ; ຊ່ວຍເຫຼືອພັກ ແລະ ສະມາຊິກພັກ ເສີມຂະຫຍາຍຈຸດດີ, ດັດແປງ, ແກ້ໄຂຈຸດອ່ອນ ແລະ ຂໍ້ຂາດຕົກບົກພ່ອງ ໃຫ້ມີການຫັນປ່ຽນໃໝ່ທີ່ຈະແຈ້ງ.
ຈາກນັ້ນກໍໄດ້ຮັບຊົມວີດີໂອສາລະຄະດີ 70 ປີ ພາຍໃຕ້ການນໍາພາຂອງພັກ ແລະ ປະຫວັດການເຄື່ອນໄຫວການເມືອງຂອງອົງຄະນະພັກແຂວງສາລະວັນ ແຕ່ກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ 1 ຈົນເຖິງ ປັດຈຸບັນ.