#ວັນທີ 11 ເມສາ 2025, ແຂວງສາລະວັນ ໄດ້ຈັດພິທີບາສີສູ່ຂວັນສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ພສ 2568.ໂດຍການເຂົ້າຮ່ວມຂອງ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ, ມີຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກຳມະການພັກແຂວງ,ອະດີດພະນັກງານການນຳອາວຸໂສ-ບຳນານ, ພະແນກການ-ອົງການທຽບເທົ່າອ້ອມຂ້າແຂວງ ຕະຫຼອດຮອດພະນັກງານ-ລັດຖະກອນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນມວ່ນຊື່ນ.
#ທ່ານ ດາວວົງ ພອນແກ້ວ ໄດ້ກ່າວວ່າ: ການຈັດງານສະເຫຼີມສະຫຼອງ ປີໃໝ່ລາວ ພສ 2568ຂື້ນ ເພື່ອເປັນການຮັກສາຮີດຄອງປະເພນີ, ວັດທະນະທຳ ອັນເປັນມູນເຊື້ອ ແລະ ເປັນເອກະລັກຂອງຊາດລາວເຮົາ ທີ່ສືບທອດມາ ແຕ່ດົນນານ, ເພື່ອອວຍພອນອະດີດການນໍາ, ການນໍາ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ ແລະ ປະຊາຊົນຊາວແຂວງສາລະວັນ. ການບາສີສູ່ຂວັນ ແມ່ນໄດ້ຕິດພັນກັບຮິດຄອງປະເພນີອັນດີງາມຂອງຊາວລາວ ທີ່ໄດ້ສືບທອດກັນມາແຕ່ດົນນານ ແລະ ເພື່ອປົກປັກອະນຸລັກຮັກສາ, ເສີມຂະຫຍາຍວັດທະນະທໍາລາວ ເພື່ອໃຫ້ເປັນສິຣິມຸງຄຸນແກ່ຊີວິດຂອງຕົນເອງ, ການດໍາລົງຊີວິດ, ພ້ອມທັງອວຍພອນໃຫ້ບັນດາທ່ານທີ່ຈະເດີນທາງໄປມາ ມີຄວາມປອດໄພ ແລະ ຢູ່ເຢັນເປັນສຸກໃນຄອບຄົວ. ພ້ອມນັ້ນ ທ່ານ ໄດ້ກ່າວອວຍພອນໃຫ້ກັບອະດີດການນໍາຂັ້ນສູງຂອງແຂວງ, ການນໍາ ຂອງແຂວງ, ພະນັກງານ, ທະຫານ – ຕຳຫຼວດ, ນັກທຸລະກິດ – ຜູ້ປະກອບການ ຕະຫຼອດຮອດປະຊາຊົນໃນທົ່ວແຂວງ ຈົ່ງມີສຸຂະພາບ ແຂງແຮງ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານ ຕາມສາຂາ ອາຊີບ ພຽບພ້ອມໄປດ້ວຍຈະຕຸພອນທັງ 4 ຄື: ອາຍຸ, ວັນນະ, ສຸຂະ ແລະ ພາລະ ຈົ່ງມີຄວາມຜາສຸກໃນຊີວິດສ່ວນຕົວ, ຄອບຄົວ; ສືບຕໍ່ສ້າງສາພັດທະນາແຂວງສາລະວັນໃຫ້ກ້າວຂຶ້ນເລື້ອຍໆ.
#ຈາກນັ້ນ, ກໍ່ໄດ້ຜູກແຂນ, ອວຍພອນໃຫ້ກັນ ແລະ ກັນ ພ້ອມທັງສົງນ້ຳຂໍພອນ, ຂໍຂະມາລາໂທດ ຕໍ່ກັບຜູ້ອາວຸໂສ, ພະນັກງານການນໍາ ກໍຄືບັນດາພະນັກງານລັດຖະກອນດ້ວຍກັນ, ໝາຍເຖີງການຂໍໂທດໃນການກະທຳຜິດດ້ວຍກາຍ, ດ້ວຍວາຈາ, ໃຈ ແລະ ເພື່ອເປັນການເພີ່ມທະວີຄວາມສາມັກຄີຮັກແພງກັນ.
#ຂ່າວ-ພາບ: ລັດຕະນາ ແສງສຸວັນ