ມັນແວຮຽກຄ່າໄຖ່ Maze ເປັນມັນແວຮຽກຄ່າໄຖ່ ທີ່ຈັດຢູ່ໃນກຸ່ມມັນແວຮຽກຄ່າໄຖ່ ທີມີຈຸດປະສົງໃນການແຜ່ກະຈາຍ ເພື່ອເຂົ້າລະຫັດຂໍ້ມູນຂອງເປົ້າໝາຍແລ້ວ ມັນແວຮຽກຄ່າໄຖ່ໃນກຸ່ມນີ້ຈະມີເປົ້າໝາຍໃນການເຂົ້າເຖິງ ແລະ ລັກຂໍ້ມູນອອກມາ ເພື່ອສ້າງເງື່ອນໄຂຂອງການບັງຄັບຂົ່ມຂູ່ ແລະ ຮຽກຄ່າໄຖ່ອີກດ້ວຍ. Microsoft ໄດ້ລະບຸຄຳທີ່ໃຊ້ເອີ້ນມັນແວຮຽກຄ່າໄຖ່ ແລະ ປະຕິບັດການຂອງມັນແວຮຽກຄ່າໄຖ່ໃນກຸ່ມນີ້ວ່າ Human-operated Ransomware ຊຶ່ງສ່ວນຫນຶ່ງໃນປະຕິບັດການຂອງມັນແວຮຽກຄ່າໄຖ່ທີ່ສຳຄັນ ຄືຜູ້ ປະສົງຮ້າຍລໍຖ້າຄວບຄຸມ ແລະ ຈັດການ ເພື່ອໃຫ້ສາມາດສ້າງຜົນກະທົບຕໍ່ເຫຍື່ອ ແລະ ຜົນປະໂຫຍດຕໍ່ຜູ້ບໍ່ປະສົງດີໃຫ້ໄດ້ຫຼາຍທີ່ສຸດ. ໃນທາງເຕັກນິກແລ້ວ ຄວາມແຕກຕ່າງລະຫວ່າງມັນແວຮຽກຄ່າໄຖ່ ແລະ ປະຕິບັດການແບບທົ່ວໄປ ຊຶ່ງອາໄສການສ້າງເງື່ອນໄຂເພື່ອບັງຄັບຂົ່ມຂູ່ດ້ວຍການເຂົ້າລະຫັດໄຟລ໌ ຫຼື Classic ransomware campaign ກັບມັນແວຮຽກຄ່າໄຖ່ ແລະ ກຸ່ມປະຕິບັດການແບບ Human-operated ransomware ມີລາຍລະອຽດດັ່ງລຸ່ມນີ້: 1. ເວລາທີ່ໃຊ້ໃນປະຕິບັດການ (Operation time): Classic ransomware campaign: ຈຸດອ່ອນສຳຄັນຂອງມັນແວຮຽກຄ່າໄຖ່ […]
ລາຍລະອຽດ ແລະ ປະຕິບັດການຂອງມັນແວຮຽກຄ່າໄຖ່ Maze RANSOMWARE
![ລາຍລະອຽດ ແລະ ປະຕິບັດການຂອງມັນແວຮຽກຄ່າໄຖ່ Maze RANSOMWARE ລາຍລະອຽດ ແລະ ປະຕິບັດການຂອງມັນແວຮຽກຄ່າໄຖ່ Maze RANSOMWARE](http://www.dtc-srv.gov.la/wp-content/uploads/2024/05/2-maze1.jpg)