ລາຍລະອຽດ ແລະ ປະຕິບັດການຂອງມັນແວຮຽກຄ່າໄຖ່ Maze RANSOMWARE

ລາຍລະອຽດ ແລະ ປະຕິບັດການຂອງມັນແວຮຽກຄ່າໄຖ່ Maze RANSOMWARE

ມັ​ນ​ແວ​​ຮຽກ​ຄ່າ​ໄຖ່​ Maze ເປັນ​ມັນ​ແວ​​ຮຽກ​ຄ່າ​ໄຖ່ ທີ່ຈັດຢູ່ໃນກຸ່ມມັນແວຮຽກຄ່າໄຖ່ ທີ​ມີ​ຈຸດປະສົງ​ໃນ​ການ​ແຜ່ກ​ະ​ຈາຍ ​ເພື່ອ​ເຂົ້າລະ​ຫັດ​ຂໍ້​ມູນ​ຂອງ​​ເປົ້າ​ໝາຍ​ແລ້ວ​ ມັນ​ແວ​ຮຽກ​ຄ່າ​ໄຖ່​ໃນ​ກຸ່ມ​ນີ້​ຈະມີເປົ້າ​ໝາຍໃນ​ການ​ເຂົ້າ​ເຖິງ ​ແລະ ​ລັກ​ຂໍ້​ມູນ​ອອກ​ມາ​ ເພື່ອ​ສ້າງ​ເງື່ອນ​ໄຂ​ຂອງ​ການບັງຄັບຂົ່ມຂູ່ ​ແລະ ​ຮຽກ​ຄ່າ​ໄຖ່​ອີກ​ດ້ວຍ​. Microsoft ໄດ້ລະບຸຄຳ​ທີ່ໃຊ້ເອີ້ນ​ມັນ​ແວ​ຮຽກ​ຄ່າ​ໄຖ່​ ແລະ​ ປະຕິບັດການ​ຂອງ​ມັນ​ແວ​​ຮຽກ​ຄ່າ​ໄຖ່​ໃນ​ກຸ່ມ​ນີ້​ວ່າ​ Human-operated Ransomware ຊຶ່ງສ່ວນຫນຶ່ງ​ໃນ​ປະຕິບັດການ​ຂອງ​ມັນ​ແວ​ຮຽກ​ຄ່າ​ໄຖ່​ທີ່​ສຳຄັນ​ ຄື​​ຜູ້ ປະສົງຮ້າຍລໍ​ຖ້າ​ຄວບ​ຄຸມ ​ແລະ ​ຈັດການ​ ເພື່ອ​ໃຫ້​ສາມາດ​ສ້າງ​ຜົນ​ກະທົບ​ຕໍ່​ເຫຍື່ອ ​ແລະ ​ຜົນ​ປະໂຫຍດ​ຕໍ່​ຜູ້​ບໍ່​ປະສົງ​ດີ​ໃຫ້​ໄດ້​ຫຼາຍ​ທີ່ສຸດ​. ໃນ​ທາງ​ເຕັກ​ນິກ​ແລ້ວ​ ຄວາມ​ແຕກ​ຕ່າງ​ລະຫວ່າງ​ມັນ​ແວ​ຮຽກ​ຄ່າ​ໄຖ່​ ແລະ​ ປະຕິບັດການ​ແບບ​ທົ່ວ​ໄປ ​ຊຶ່ງ​ອາໄສ​ການສ້າງ​ເງື່ອນ​ໄຂ​ເພື່ອ​ບັງຄັບຂົ່ມຂູ່​ດ້ວຍ​ການ​ເຂົ້າລະ​ຫັດ​ໄຟ​ລ໌​ ຫຼື​ Classic ransomware campaign ກັບ​ມັນ​ແວ​​ຮຽກ​ຄ່າ​ໄຖ່​ ແລະ​ ກຸ່ມ​ປະຕິບັດການ​ແບບ​ Human-operated ransomware ມີ​ລາຍລະອຽດ​ດັ່ງ​ລຸ່ມນີ້​: 1. ເວລາ​ທີ່​ໃຊ້​ໃນ​ປະຕິບັດການ​ (Operation time): Classic ransomware campaign: ຈຸດ​ອ່ອນ​ສຳຄັນ​ຂອງ​ມັນ​ແວ​​ຮຽກ​ຄ່າ​ໄຖ່ […]

ອ່ານເພີ່ມ

10 ເຄັດ (ບໍ່ລັບ) ເພື່ອກວດສອບອີເມວຫຼອກລວງ (Phishing) ວ່ອງໄວທັນໃຈ

10 ເຄັດ (ບໍ່ລັບ) ເພື່ອກວດສອບອີເມວຫຼອກລວງ (Phishing) ວ່ອງໄວທັນໃຈ

ອົງກອນໃດໜຶ່ງ ຈະມີຄວາມປອດໄພທາງໄຊເບີ ບໍ່ພຽງແຕ່ຈະມີບຸກຄະລາກອນດ້ານໄອທີ ທີ່ມີຄວາມຮູ້ຄວາມສາມາດໃນການຮັກສາຄວາມປອດໄພທາງໄຊເບີ ແຕ່ທຸກຄົນໃນອົງກອນຈະຕ້ອງນໍາໃຊ້ອິນເຕີເນັດ, ອຸປະກອນໄອທີ ແລະ ເຄື່ອງມືຕ່າງໆ ຢ່າງລະມັດລະວັງ ພ້ອມກັບມີຄວາມຮູ້ພື້ນຖານທີ່ຈະປ້ອງກັນຕົນເອງຈາກໄພຄຸກຄາມທາງໄຊເບີ. ທາງ​ແຮັກ​ເກີ​ (Hacker) ເອງ ກໍ່ໄດ້​ມີ​ການ​ປັບປ່ຽນ​ກົນ​ລະຍຸດ​ໃນ​ການ​ຫຼອກລວງ ເພື່ອດຶງດູດ ແລະ ຊວນໃຫ້ເຫຍື່ອ ມີຄວາມສົນໃຈໄດ້​ງ່າຍ​ຂຶ້ນ​ ເຮັດໃຫ້​ກວດ​ຈັບ​ການ​ໂຈມ​ຕີ​ແບບ​ Phishing ຍາກ​ຂຶ້ນເລື້ອຍໆ​ ເຊັ່ນການ​ນຳໃຊ້​ປະໂຫຍດ​ຈາກຂ່າວ​ທີ່​ໄດ້ຮັບ​ຄວາມ​ສົນ​ໃຈ​ໃນ​ປັດຈຸບັນ​ ເຊັ່ນ​: ການ​ລະ​ບາດ​ຂອງ ​ໂຄ​ວິດ​-19. ໃນໄລຍະປີທີ່ຜ່ານມາ ຈຳ​ນ​ວນ​ອີ​ເມ​ວຫຼອກລວງ ​ມີການເຕີບໃຫຍ່ ແລະ ຂະຫຍາຍຕົວ ​ຢ່າງ​ກ້າວ​ກະ​ໂດດ​ຊຶ່ງ​ບໍລິສັດ​ດ້ານ​ຄວາມ​ປອດໄ​ພ​ທາງ​ໄຊ​ເບີ​​ F5 Labs ລາຍ​ງານ​ວ່າ ໄດ້ພົບເຫັນ​ຄວາມ​ພະຍາຍາມໃນການ​ໂຈມ​ຕີ​ແບບ​ Phishing ​ເພີ່ມ​ຂຶ້ນຫຼາຍເຖິງ​ 220% ໃນ​ປີ​ 2020. […]

ອ່ານເພີ່ມ