ພະແນກເຕັກໂນໂລຊີ ແລະການສື່ສານ ຝຶກອົບຮົມການນຳໃຊ້ເວັບໄຊ ໃຫ້ຫ້ອງການອ້ອມຂ້າງເມືອງສາລະວັນ

ພະແນກເຕັກໂນໂລຊີ ແລະການສື່ສານ ຝຶກອົບຮົມການນຳໃຊ້ເວັບໄຊ ໃຫ້ຫ້ອງການອ້ອມຂ້າງເມືອງສາລະວັນ

ພະແນກເຕັກໂນໂລຊີ ແລະການສື່ສານແຂວງສາລະວັນ ຈັດຝຶກອົບຮົມການນຳໃຊ້ເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ ( G-Web Platform) ໃຫ້ຫ້ອງການອ້ອມຂ້າງເມືອງສາລະວັນ

ອ່ານເພີ່ມ

ຄວາມໝາຍຂອງພາສາໂປຣແກຣມ

ຄວາມໝາຍຂອງພາສາໂປຣແກຣມ

(ໂດຍ ສູນສະກັດກັ້ນ ແລະ ແກ້ໄຂ ເຫດສຸກເສີນທາງຄອມພິວເຕີ) ພາສາ​ຄອມພິວເຕີ​ ໝາຍ​ເຖິງ​ພາສາ​ໃດໜຶ່ງ​ທີ່​ຜູ້​ໃຊ້​ງານ​ໃຊ້​ສື່​ສານ​ກັບ​ຄອມພິວເຕີ​ ຫຼື​ ຄອມພິວເຕີ​ໃຊ້ສື່ສານກັນ​ເອງ ແລ້ວ​ຄອມພິວເຕີ​ສາມາດ​ເຮັດວຽກ​ຕາມ​ຄຳ​ສັ່ງ​ນັ້ນ​ໄດ້​ ​ມັກ​ໃຊ້​ເອີ້ນ​ແທນດ້ວຍຄໍາວ່າ “​ພາສາ​ໂປຣ​ແກຣມ”​ ແຕ່​ຄວາມ​ເປັນ​ຈິງ​ພາສາ​ໂປຣ​ແກຣມ​ຄື​ສ່ວນໜຶ່ງ​ຂອງ​ພາສາ​ຄອມພິວເຕີ​ເທົ່າ​ນັ້ນ​ ແລະ ​ມີ​ພາສາ​ອື່ນ​ໆ​ທີ່​ເປັນ​ພາສາ​ຄອມພິວເຕີ​ເຊັ່ນ​ກັນ​ ຍົກ​ຕົວ​ຢ່າງ​ເຊັ່ນ​ HTML ເປັນ​ທັງ​ພາສາ​ Markup ​ແລະ ​ພາສາ​ຄອມພິວເຕີ​ ເຖິງວ່າ​ມັນ​ຈະ​ບໍ່​ແມ່ນ​ພາສາ​ໂປຣ​ແກຣມ​ ຫຼື​ ພາສາ​ເຄື່ອງ​ ແຕ່​ກໍ່​ນັບ​ເປັນ​ພາສາ​ຄອມພິວເຕີ​ເຊັ່ນກັນ ຊຶ່ງ​ໂດຍ​ທາງ​ເຕັກ​ນິກ​ສາມາດ​ໃຊ້​ໃນ​ການ​ຂຽນ​ໂປຣ​ແກຣມ​ໄດ້​ ແຕ່​ກໍ່​ບໍ່​ຈັດ​ວ່າ​ເປັນ​ພາສາ​ໂປຣ​ແກຣມ. ຕົວ​ແປ​ພາສາ​ໂປຣ​ແກຣມ​ຄອມພິວເຕີ​  ເປັນ​ໂປຣ​ແກຣມ​ທີ່​ໃຊ້​ໃນ​ການ​ແປ​ຄວາມໝາຍ​ຂອງ​ຄຳ​ສັ່ງ​ໃນ​ພາສາ​ຄອມພິວເຕີ​ຊະນິດ​ຕ່າງ​ໆ​ໄປ​ເປັນ​ພາສາ​ເຄື່ອງ​ ຊຶ່ງ​ເປັນ​ພາສາ​ທີ່​ຄອມພິວເຕີ​ເຂົ້າໃຈ​ ແລະ ​ເຮັດວຽກ​ຕາມ​ຄຳ​ສັ່ງ​ໄດ້​ ໂດຍ​ໂປຣ​ແກຣມ​ທີ່​ຂຽນ​ເປັນ​ໂປຣ​ແກຣມ​ຕົ້ນ​ສະບັບ​ ຫຼື​ ຊອດ​ໂຄ້ດ​ ( Source code) ຊຶ່ງ​ຄົນຂຽນໂປຣ​ແກຣມ​​ (Programmer) […]

ອ່ານເພີ່ມ

Blockchain ແມ່ນ​ຫຍັງ​?

Blockchain ແມ່ນ​ຫຍັງ​?

Blockchain ແມ່ນ​ເຕັກໂນ​ໂລ​ຊີຊ໋ອບແວ​ເປັນ​ເຕັກ​ໂນ​ໂລຊີ​ຊ໋ອບ​ແວ​​ແບບ​ເພຍ​​ທູ​ເພຍ​ (Peer-to-Peer) (ເຊື່ອມ​ຕໍ່​ແບບ​ໂຄງ​ຂ່າຍ​ໂດຍ​ກົງ​ ລະຫວ່າງ​ເຄື່ອງ​ຄອມພິວເຕີ​ (ບໍ່​ມີຄົນກາງ) ທີ່ປົກປ້ອງ​ຂໍ້​ມູນ​ໂດຍ​ທີ່​ບໍ່​ອະນຸຍາດ​ໃຫ້​ໃຜ​ປອມ​ແປງ ຫຼື ​ປ່ຽນ​ໄດ້​ ຫຼາຍ​ທ່ານອາດຈະ​ເຄີຍ​ໄດ້ຍິນ​ວ່າ​ BlockChainຖືກ​ຄິດ​ຄົ້ນ​ຂຶ້ນ​ເພື່ອ​ໃຊ້​ສ້າງ​ສ​ະກຸນ​ເງິນ​ດີ​ຈິ​ຕອນ​ຕ່າງ​ໆ​ ລວມທັງ ບິດ​ຄອຍ (BITCOIN) ແລະ ​ບໍ່​ແມ່ນ​ແຕ່ສະ​ກຸນ​ເງິນ​ດິີຈິ​ຕອນ​ເທົ່າ​ນັ້ນ​ ຍັງມີ​ບໍລິການ​ລາຍ​ເຊັນ​ອອນ​ລາຍ, ຫຸ້ນ​, ເພັງ,​ ຫຼື ​ສິນລະ​ປະ​ຕ່າງ​ໆ,​ ລະບົບ​ລົງ​ຄະ​ແນນ​ ແລະ ​ແອັບ​ພິ​ເຄ​ຊັ່ນ (Applications) ​ອື່ນ​ໆ​ອີກ​ຫຼາຍຢ່າງ​ ເອີ້ນວ່າ​ BlockChain. ໂດຍ​ທົ່ວ​ໄປ​ເຮົາ​ໃຊ້​ເງິນ​ທີ່​ເຮັດ​ຈາກ​ເຈ້ຍ​ ເມື່ອ​ທ່ານໄດ້ທະນາບັດ 10 ດອນ​ລາ​ ທ່ານກໍ່​ໝັ້ນໃຈ​ໄດ້​ວ່າ​ມັນ​ບໍ່​ແມ່ນ​ຂອງ​ປອມ​ ແຕ່​ຖ້າຫາກ​ມີກ​ານ​ສົ່ງ​ອີ​ເມວ​ມາ​ບອກ​ທ່ານວ່າ​ “ນີ້ແມ່ນ​ເງິນ​ສິບ​ດອນ​ລາ​​” ທ່ານ​ກໍ່​ອາດຈະ​ບໍ່​ເຊື່ອ​ຢ່າງ​ແນ່ນອນ​ ທັງ​​ທີ່​ເວລາ​ເຮົາ​ “ໂອນ​ເງິນ​” ໂດຍ​ໃຊ້​ຕູ້​ເອ​ທີ​ເອັມ (ATM)​ ຫຼື ​ຈ່າຍ​ເງິນ​ຜ່ານ​ບັດ​​ ເຮົາ​ກໍ່​ໃຊ້​ວິທີ​ການ​ແບບ​ດຽວ​ກັນ​​ […]

ອ່ານເພີ່ມ