ຜົນຮ້າຍ ແລະ ວິທີການປ້ອງກັນພະຍາດຄວາມດັນເລືອດ

ຜົນຮ້າຍ ແລະ ວິທີການປ້ອງກັນພະຍາດຄວາມດັນເລືອດ

ຄວາມດັນເລືອດຂື້ນສູງແມ່ນພະຍາດທີ່ມັກພົບແລະເພີ່ມຂື້ນໃນຜູ້ສູງອາຍຸ, ກວມເອົາ 8-12% ຂອງປະຊາກອນ, ມີບາງສາເຫດຄວາມສ່ຽງທີ່ເຮັດໃຫ້ຄວາມດັນເລືອດເພີ່ມຂື້ນນັ້ນກະຄືໂລກເບົາຫວານ, ຢາສຸບ, ລິບິດໃນເລືອດເພີ່ມແລະການຖ່າຍທອດທາງກຳມະພັນ. ຄວາມດັນເລືອດຂື້ນສູງແມ່ນພະຍາດທີ່ມັກພົບແລະເພີ່ມຂື້ນໃນຜູ້ສູງອາຍຸ, ກວມເອົາ 8-12% ຂອງປະຊາກອນ, ມີບາງສາເຫດຄວາມສ່ຽງທີ່ເຮັດໃຫ້ຄວາມດັນເລືອດເພີ່ມຂື້ນນັ້ນກະຄືໂລກເບົາຫວານ, ຢາສຸບ, ລິບິດໃນເລືອດເພີ່ມແລະການຖ່າຍທອດທາງກຳມະພັນ. ຄວາມດັນເລືອດແມ່ນສາເຫດທີ່ພາໃຫ້ມີການເສຍຊີວິດ ແລະ ຜົນເສຍຮ້າຍຕໍ່ເສັ້ນປະສາດຄືເຮັດໃຫ້ເປັນອຳມະ ພາດເຄີ່ງຕົວ, ກາຍເປັນເຈົ້າຍີງນິດທາ, ບາງຄັ້ງອາດພາໃຫ້ຫົວໃຈຊຸກໂຊມ, ຫົວໃຈຂາດເລືອດ, ມີຜົນກະທົບຫຼາຍຕໍ່ກັບຄຸນນະພາບໃນການດຳລົງຊີວິດ( ບໍ່ແຂງແຮງ, ບໍ່ສາມາດເຄື່ອນໄຫວໄດ້) ແລະມີຄວາມເປັນໄປໄດ້ທີ່ຈະເສຍຊີວິດສູງ. ດັ່ງນັ້ນການປີ່ນປົວພະຍາດຄວາມດັນເລືອດສູງແມ່ນຄວນໄດ້ຮັບການເອົາໃຈໃສ່ເພື່ອຫຼີກລ້ຽງອາການຮ້າຍແຮງທີ່ອາດຈະເກີດຂື້ນ. ດັ່ງນັ້ນຄວາມດັນເລືອດສູງແມ່ນຫຍັງ? ຄວາມດັນເລືອດສູງແມ່ນພະຍາດຊ້ຳເຮື້ອໃນນັ້ນຄວາມດັນຂອງເລືອດໃນລະບົບຫຼອດເລືອດເພີ່ມຂື້ນສູງ. ຄວາມດັນເລືອດໄດ້ແບ່ງອອກເປັນສະນິດຫຼັກ ແລະ ຮອງ. ປະມານ 90-95% “ພະຍາດຄວາມດັນແມ່ນຫຼັກ” ເພື່ອໃຊເຂົ້າໃນກໍລະນີທີ່ບໍ່ສາມາດບົ່ງບອກເຖີງສາເຫດຂອງພະຍາດຄວາມດັນເລືອດ. ແລະ ມີພຽງແຕ່ 5-10% ຂອງຈຳນວນຜູກວດແມ່ນຄວາມດັນເລືອດສູງສຳຮອງທີ່ເກີດຈາກພະຍາດ, ພາກສ່ວນອື່ນເຊັ່ນ: […]

ອ່ານເພີ່ມ

ວິທີການຫຼຸດຜ່ອນຄວາມຄຽດແບບບໍ່ຕ້ອງເພີ່ງຢາ

ວິທີການຫຼຸດຜ່ອນຄວາມຄຽດແບບບໍ່ຕ້ອງເພີ່ງຢາ

ຫຼາຍຄົນອາດຈະບໍ່ຮູ້ຕົວວ່າຕົກຢູ່ໃນສະພາບຂອງຄວາມຕືງຄຽດ ເພາະລື້ງເຄີຍແລ້ວກັບສະພາບດັ່ງກ່າວ  ຊື່ງໃນຊີວິດປະຈຳວັນກໍ່ຕ້ອງພົບກັບເຫດການດັ່ງກ່າວຢາກວ່າເກືອບທຸກໆມື້ ແລະບາງຄົນກໍ່ບໍ່ຍອມຮັບວ່າຕົນເອງມີຄວາມຄຽດ ອີກຢ່າງໜຶ່ງຜົນກະທົບແມ່ນມາຈາກຫຼາຍພະຍາດ ສາເຫດແທ້ຈີງແມ່ນມາຈາກຄວາມກົດດັນ, ຄວາມຄຽດ ແລະ ຕ້ອງເສຍຄ່າປິ່ນປົວໃນໄລຍະຍາວ ເຊັ່ນ: ໂລກກະເພາະອາຫານ, ພະຍາດຫົວໃຈ, ໂລກຊຶມເສົ້າ ແລະ ອື່ນໆ… ຈົນບາງເທື່ອຕ້ອງຫັນມາໃຊ້ຢາຫຼຸດຄວາມຄຽດເປັນທາງລັດ  ເຖິງແມ່ນວ່າຢາຫຼຸດຄວາມຄຽດຈະຊ່ວຍໃຫ້ຜ່ອນຄາຍແຕ່ກໍ່ເປັນພຽງເວ ລາສັ້ນໆ ເທົ່ານັ້ນ ເຊິ່ງໃນໄລຍະຍາວຈະສົ່ງຜົນໃຫ້ຮ່າງກາຍເຮົາເສຍຫາຍຫຼາຍ ມື້ນີ້ພວກເຮົາໄດ້ນໍາເອົາ 6 ວິທີງ່າຍໆ ທີ່ຈະຫຼຸດຜ່ອນຄວາມຄຽດ ຈະຊ່ວຍໃຫ້ທ່ານຜ່ອນຄາຍ ແລະ ທົດລອງນຳໄປໃຊ້ພ້ອມໆ ກັນ. ວິທີທີ່ 1 : ປິ່ນປົວໂດຍການເຮັດໃນສິ່ງທີ່ເຈົ້າມັກ. ວິທີຫຼຸດຜ່ອນຄວາມຄຽດທີ່ງ່າຍ ແລະ ໄວທີ່ສຸດ ແບບບໍ່ຕ້ອງໃຊ້ຢາຫຼຸດຄວາມຄຽດກໍ່ຄືການປ່ອຍວາງບັນຫາທຸກຢ່າງ ຫຼັງຈາກນັ້ນຫັນໄປສູ່ຄວາມສຸກໃນການເຮັດໃນສິ່ງທີ່ທ່ານຮັກ ບໍ່ປ່ອຍໃຫ້ຕົນເອງຢູ່ກັບບັນຫາດຽວແບບເດີມໆ ຊ້ຳໆ ຈົນກາຍເປັນຄວາມເຄັ່ງຕຶງແບບສະສົມ. […]

ອ່ານເພີ່ມ

ວິທີເຮັດ “ໂຊຊ່ຽວດີທັອກ” ຈາກສື່ສັງຄົມອອນລາຍ ພັກສະໝອງ-ຫຼຸດຄວາມຄຽດ

ວິທີເຮັດ “ໂຊຊ່ຽວດີທັອກ” ຈາກສື່ສັງຄົມອອນລາຍ ພັກສະໝອງ-ຫຼຸດຄວາມຄຽດ

ການໃຊ້ງານສື່ສັງຄົມອອນລາຍອາດເຮັດໃຫ້ຮ່າງກາຍ ແລະ ຈິດໃຈໄດ້ຮັບຜົນກະທົບ ເຊັ່ນ: ການຮັບຂໍ້ມູນຂ່າວ ສານຫຼາຍເກີນໄປ ການຖືກກະຕຸ້ນທາງອາລົມຢ່າງຮຸນແຮງ ລວມທັງການຖືກຂົ່ມເຫັງ ຫຼື ຖືກວິພາກວິຈານ ຈຶ່ງຄວນເຮັດໂຊຊ່ຽວດີທັອກ (Social Detox) ເພື່ອບຳບັດການໄດ້ຮັບຜົນກະທົບຈາກສັງຄົມອອນລາຍ ໂດຍຫຼຸດການໃຊ້ໃຫ້ໜ້ອຍ ລົງ ເພື່ອຫຼຸດການຮັບຂໍ້ມູນຂ່າວສານລ້າງສານພິດຈາກສື່ສັງຄົມອອນລາຍ ແລະ ຟື້ນຟູສະພາບຈິດໃຈ. ວິທີການເຮັດໂຊຊ່ຽວດີທັອກດ້ວຍຕົນເອງປະກອບມີດັງນີ້: ປິດແຈ້ງເຕືອນໃນຊ່ວງພັກ: ສະໝອງຈະເກີດການຕອບສະໜອງຕໍ່ສຽງ ແລະ ການສັ່ນແຈ້ງເຕືອນ ເຮັດໃຫ້ຮ່າງ ກາຍຕ້ອງການກວດເຊັກການແຈ້ງເຕືອນຂອງໂທລະສັບຢ່າງສະໝ່ຳສະເໝີ ເຊິ່ງອາດກະຕຸ້ນຄວາມກັງວົນ ແລະ ເພີ່ມຄວາມຄຽດໄດ້. ກຳນົດເວລາໃຊ້ງານໂທລະສັບ: ກຳນົດເວລາການໃຊ້ງານໂທລະສັບ ແລະ ສື່ສັງຄົມອອນລາຍຕ່າງໆ ເຊັ່ນ: ພັກການໃຊ້ງານທຸກ 30 ນາທີ ຫຼື ກຳນົດການໃຊ້ງານເທື່ອລະ 5-10 […]

ອ່ານເພີ່ມ