ແນະນຳການລົງທະບຽນ ຮ້ານຄ້າ ຫຼື ສະຖານທີ່ ໂດຍການນຳໃຊ້ ແອັບ LaoKYC QR Code ຜ່ານ www.laokyc.la
ອາການຂອງພະຍາດກົດໄຫຼຢ້ອນໃນກະເພາະອາຫານ
ພະຍາດກົດໄຫຼຢ້ອນມັກຈະເກີດຂື້ນໂດຍທີ່ເຮົາບໍ່ຮູ້ສຶກຕົວ, ມັກຈະເກີດກັບຄົນທີ່ບໍ່ຄ່ອຍໃສ່ໃຈສຸຂະພາບ, ຄົນທີ່ບໍ່ເຂົ້າໃຈລະອຽດກ່ຽວກັບພະຍາດນີ້. ຖ້າວ່າບໍ່ກວດພົບແລະປິ່ນປົວທັນການ, ພະຍາດນີ້ກໍຈະສາມາດເຮັດໃຫ້ເກີດມີບາດແຜທີ່ບໍ່ສາມາດປິນປົວໃຫ້ຫາຍຂາດໄດ້. ພະຍາດກົດໄຫຼຢ້ອນມັກຈະເກີດຂື້ນໂດຍທີ່ເຮົາບໍ່ຮູ້ສຶກຕົວ, ມັກຈະເກີດກັບຄົນທີ່ບໍ່ຄ່ອຍໃສ່ໃຈສຸຂະພາບ, ຄົນທີ່ບໍ່ເຂົ້າໃຈລະອຽດກ່ຽວກັບພະຍາດນີ້. ຖ້າວ່າບໍ່ກວດພົບແລະປິ່ນປົວທັນການ, ພະຍາດນີ້ກໍຈະສາມາດເຮັດໃຫ້ເກີດມີບາດແຜທີ່ບໍ່ສາມາດປິນປົວໃຫ້ຫາຍຂາດໄດ້. I. ກົດໄຫຼຢ້ອນແມ່ນພະຍາດຫຍັງ? ພະຍາດກົດໄຫຼຢ້ອນແມ່ນອາການຂອງການໄຫຼຢ້ອນຂອງນໍ້າອາຊິດກະເພາະອາຫານ, ລົມໃນກະເພາະອາຫານ,ອາຫານ…ໄຫຼຂື້ນຫຼອດອາຫານເຮັດໃຫ້ເກີດການອັກເສບຫຼອດອາຫານ,ຫຼອດສຽງ,ຜົ້ງປາກ… ຖ້າອາການກົດໄຫຼຢ້ອນເກີດຂື້ນຫຼາຍກວ່າ2ເທື່ອຕໍ່ອາທິດໜຶ່ງ, ນັ້ນສາມາດບົ່ງບອກໄດ້ເລີຍວ່າທ່ານເປັນພະຍາດກົດໄຫຼຢ້ອນ ບັນດາສາເຫດທີ່ພາໃຫ້ເກີດພະຍາດກົດໄຫຼ ແມ່ນເກີດມາຈາກການເຮັດວຽກຜິດປົກກະຕິຂອງເອັນຍຸ້ມຫຼອດອາຫານລຸ່ມສຸດ, ການກິນອາຫານຫຼາຍເກີນໄປ, ຫຼັງຈາກກິນອາຫານແລ້ວນອນເລີຍ, ຄົນທີ່ຕຸ້ຍຫຼາຍ, ມັກກິນອາຫານຕອນເດິກ, ກິນອາຫານທີ່ພາໃຫ້ເກີດອາການກົດໄຫຼຢ້ອນເຊັ່ນ: ໝາກນາວ, ໝາກກ້ຽງ, ກະທຽມ, ຫົວຫອມໃຫຍ່, ອາ ຫານລົດເຜັດ ແລະ ອື່ນໆ, ດື່ມເຄື່ອງດື່ມທີ່ພາໃຫ້ເກີດອາການກົດໄຫຼຢ້ອນເຊັ່ນ: ເຫຼົ້າ, ເບຍ, ນໍ້າອັດລົມ, ນໍ້າຊາ, ກາເຟ…ນອກຈາກນີ້ຍັງເກີດກັບຄົນທີ່ສູບຢາ, ຄົນກໍາລັງຖືພາ, ຄົນທີ່ມັກກິນຢາຈຳພວກ Aspirin, […]