ໃນຕອນເຊົ້າຂອງວັນທີ 4 ກຸມພາ 2025, ພຕສ ແຂວງສາລະວັນ ໄດ້ສໍາເລັດການຈັດຝຶກອົບຮົມ ການນໍາໃຊ້ລະບົບບໍລິຫານລັດ ໃຫ້ພະນັກງານ-ລັດຖະກອນ ພະແນກ ຍທຂ ແຂວງສາລະວັນ ເຊີ່ງໄດ້ເນັ້ນໜັກ 2 ລະບົບ ເຊັ່ນ: ລະບົບການສື່ສານພາກລັດ (G-chat), ລະບົບການນໍາໃຊ້ຂໍ້ມູນຮ່ວມກັນ (G-Drive / G-share).
ພິທີດັ່ງກ່າວໄດ້ຈັດຂື້ນຢູ່ທີ່ຫ້ອງປະຊຸມ ພະແນກ ຍຂທ ແຂວງສາລະວັນ ເຊີ່ງມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 26 ທ່ານ, ຍິງ 7 ທ່ານ. ທ່ານ ພອນສະຫວັນ ໄຊສົງຄາມ ນັກວິທະຍາກອນ ຂອງພະແນກ ຕສ ແຂວງສາລະວັນ ໄດ້ຍົກໃຫ້ເຫັນຄວາມສໍາຄັນ ແລະ ຄວາມຈໍາເປັນໃນການນໍາໃຊ້ ລະບົບການສື່ສານພາກລັດ (G-chat), ລະບົບການນໍາໃຊ້ຂໍ້ມູນຮ່ວມກັນ (G-Drive / G-share) ໃນຫຼາຍໆດ້ານ. ພ້ອມດຽວກັນນັ້ນ, ກໍໄດ້ນໍາພານັກສໍາມະນາກອນຕິດຕັ້ງ ແລະ ນໍາໃຊ້ລະບົບດັ່ງກ່າວຜ່ານໂທລະສັບ, ຜ່ານຄອມພິວເຕີ ຫຼື ຜ່ານ web browser ເພື່ອສ້າງຄວາມຊິນເຄີຍໃຫ້ນັກສໍາມະນາກອນ ສາມາດນໍາໄປໝູນໃຊ້ໃຫ້ມີຄວາມຄ່ອງຕົວຫຍີ່ງຂື້ນ.