ໃນຕອນເຊົ້າຂອງວັນທີ 22 ມັງກອນ 2025 ຄະນະພັກຮາກຖານພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງສາລະວັນ ໄດ້ສຳເລັດການທາບທາມຮ່າງບົດລາຍງານການເມືອງ, ແຜນພັດທະນາຂະແໜງການ ແລະ ບົດສຳຫຼວດການນຳພາລວມ ຕິດພັນກັບການທາມທາບໂຄງປະກອບບຸກຂະລາກອນຮອບ II , ກອງປະຊຸມ ດັ່ງກ່າວໄດ້ຈັດຂື້ນຢູ່ທີ່ຫ້ອງປະຊຸມ ພະແນກ ຕສ ແຂວງສາລະວັນ ໂດຍໃຫ້ກຽດເປັນປະທານຂອງສະຫາຍ ສົມຄິດ ແສນທະວີ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມຊິກພັກສົມບູນ ແລະ ແຂກຖືກເຊີນຈາກ ຄະນະຈັດຕັ້ງແຂວງ, ຄະນະກວດກາແຂວງ ເຂົ້າຮ່ວມທັງໜົດ 58 ສະຫາຍ,ຍິງ 14 ສະຫາຍ. ກອງປະຊຸມໄດ້ຜ່ານຮ່າງເອກະສານສໍາຄັນດັ່ງນີ້:
1. ຜ່ານຮ່າງ ບົດສຳຫຼວດການນຳພາລວມຂອງຄະນະພັກຮາກຖານ ພະແນກ ຕສ ແຂວງສາລະວັນ.
2. ຜ່ານຮ່າງ ບົດລາຍງານການເມືອງຂອງຄະນະພັກຮາກຖານ ພະແນກ ຕສ ແຂວງສາລະວັນ.
3. ຜ່ານຮ່າງ ບົດສຳຫຼຸດການຈັດຕັ້ງປະຕິບັດ ແຜນພັດທະນາຂະແໜງການ ຕສ 5ປີ(2020 – 2024) ແລະ ທິດທາງແຜນການ (2025 – 2029) ພະແນກ ຕສ ແຂວງສາລະວັນ.
ຫຼັງຈາກນັ້ນ ບັນດາສະຫາຍ ສາມະຊິກພັກ ກໍ່ໄດ້ປະກອບຄຳເຫັນໃສ່ ຮ່າງລາຍງານການເມືອງ,ແຜນພັດທະນາ ແລະ ບົດສຳຫຼວດການນຳພາລວມຂອງຄະນະພັກຮາກຖານ ພະແນກ ຕສ ແຂວງສາລະວັນ ແລະ ບັນດາສະຫາຍສະມາຊິກພັກທີ່ເຂົ້າຮ່ວມກອງປະຊຸມກໍ່ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາເປົ້າໝາຍເຂົ້າໂຄງປະກອບຂອງຄະນະພັກຮາກຖານພະແນກ ຕສ ແຂວງສາລະວັນ ຮອບທີ II.