ພຕສ ແຂວງສາລະວັນ ແລະ ພຕສ ແຂວງບໍລິຄໍາໄຊ ພົບປະແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ

ພຕສ ແຂວງສາລະວັນ ແລະ ພຕສ ແຂວງບໍລິຄໍາໄຊ ພົບປະແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ
ໃນວັນທີ 24 ມັງກອນ 2025, ເວລາ 08:00 ໂມງ, ທີ່ຫ້ອງປະຊຸມພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງສາລະວັນ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ວຽກງານຫັນເປັນທັນສະໄໝ ແລະ ການຄຸ້ມຄອງອິນເຕີເນັດ ລະຫວ່າງພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງສາລະວັນ ກັບ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງບໍລິຄໍາໄຊ, ເຊິ່ງກອງປະຊຸມດັ່ງກ່າວ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມຄິດ ແສນທະວີ ຫົວໜ້າພະແນກ ຕສ ແຂວງ ສາລະວັນ ແລະ ທ່ານ ລັງສີ ແກ້ວວິເສດ ຫົວໜ້າພະແນກ ຕສ ແຂວງບໍລິຄຳໄຊ, ມີບັນດາທ່ານຮອງພະແນກ ຕສ, ຫົວໜ້າຂະະແໜງເຂົ້າຮ່ວມ ທັງໝົດ 14 ທ່ານ, ຍິງ 2 ທ່ານ.
ທ່ານ ສົມຄິດ ແສນທະວີ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງສາລະວັນ ໄດ້ມີຄໍາເຫັນກ່າວ ຕ້ອນຮັບ ແລະ ສະເໜີຈຸດປະສົງຂອງກອງປະຊຸມ, ພ້ອມດຽວກັນນັ້ນ ພະແນກຕສແຂວສາລະວັນ ກໍ່ໄດ້ລາຍງານຫຍໍ້ສະພາບການຫັນເປັນທັນສະໄໝ ແລະ ການຄຸ້ມຄອງອິນເຕີເນັດພາຍໃນແຂວງສາລະວັນ, ເຊີ່ງໄດ້ຍົກໃຫ້ເຫັນຜົນສໍາເລັດໃນການຈັດຕັ້ງປະຕິບັດຫຼາຍດ້ານ ເປັນຕົ້ນ: ວຽກງານນິຕິກໍາ, ການຫັນເປັນທັນສະໃໝ, ການຄຸ້ມຄອງອິນເຕີເນັດ ແລະ ຄວາມປອດໄພທາງໄຊເບີ.
ພະແນກເຕັກໂນໂລຊີທັງສອງແຂວງ ໄດ້ມີຄໍຳເຫັນ ແລະ ຕັ້ງປະເດັນ ແລກປ່ຽນເຊິ່ງກັນ ແລະ ກັນ ຢ່າງພາວະວິໃສ. ພ້ອມດຽວກັນນັ້ນກໍເຫັນດີຈັບຄູ່ການຮ່ວມມີແລກປ່ຽນບົດຮຽນທາງດ້ານວິຊາການ ເຊິ່ງກັນ ແລະ ກັນ ໃນທ້າຍປີ 2025, ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງບໍລິຄໍາໄຊ ໄດ້ສະເໜີ ແລະ ຍິນດີຕ້ອນຮັບ ໃຫ້ພະແນກເຕັກໂນໂລຊີ ແລະ ການສື່ສາ ແຂວງສາລະວັນ ໄປແລກປ່ຽນ-ຖອດຖອນບົດຮຽນ ຢູ່ພະແນກ ຕສ ແຂວງບໍລິຄໍາໄຊ.