ໃນຕອນເຊົ້າຂອງວັນທີ 4 ກຸມພາ 2025, ພຕສ ແຂວງສາລະວັນ ໄດ້ສໍາເລັດການຈັດຝຶກອົບຮົມ ການນໍາໃຊ້ລະບົບບໍລິຫານລັດ ໃຫ້ພະນັກງານ-ລັດຖະກອນ ພະແນກ ຍທຂ ແຂວງສາລະວັນ ເຊີ່ງໄດ້ເນັ້ນໜັກ 2 ລະບົບ ເຊັ່ນ: ລະບົບການສື່ສານພາກລັດ (G-chat), ລະບົບການນໍາໃຊ້ຂໍ້ມູນຮ່ວມກັນ (G-Drive / G-share).
ຄະນະພັກຮາກຖານ ພຕສ ແຂວງສາລະວັນ ສໍາເລັດກອງປະຊຸມການທາບທາມ ຮອບ II
ໃນຕອນເຊົ້າຂອງວັນທີ 22 ມັງກອນ 2025 ຄະນະພັກຮາກຖານພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງສາລະວັນ ໄດ້ສຳເລັດການທາບທາມຮ່າງບົດລາຍງານການເມືອງ, ແຜນພັດທະນາຂະແໜງການ ແລະ ບົດສຳຫຼວດການນຳພາລວມ
ພຕສ ແຂວງສາລະວັນ ແລະ ພຕສ ແຂວງບໍລິຄໍາໄຊ ພົບປະແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ
ໃນວັນທີ 24 ມັງກອນ 2025, ເວລາ 08:00 ໂມງ, ທີ່ຫ້ອງປະຊຸມພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງສາລະວັນ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ວຽກງານຫັນເປັນທັນສະໄໝ ແລະ ການຄຸ້ມຄອງອິນເຕີເນັດ ລະຫວ່າງພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງສາລະວັນ ກັບ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງບໍລິຄໍາໄຊ, ເຊິ່ງກອງປະຊຸມດັ່ງກ່າວ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມຄິດ ແສນທະວີ ຫົວໜ້າພະແນກ ຕສ ແຂວງ ສາລະວັນ ແລະ ທ່ານ ລັງສີ ແກ້ວວິເສດ ຫົວໜ້າພະແນກ […]