ອະນຸກຳມະການ ໂຄສະນາອົບຮົມ, ຂະບວນການ ແລະ ຍ້ອງຍໍ ເຄື່ອນໄຫວຊຸກຍູ້ການກະກຽມດຳເນີນກອງປະຊຸໃຫຍ່ 3 ຂັ້ນຂອງພັກ ທີ່ຄະນະພັກຮາກຖານ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງສາລະວັນ.

ໃນຕ້ອນເຊົ້າຂອງວັນທີ: 04 ມີຖຸນາ 2024 ນີ້ ອະນຸກຳມະການໂຄສະນາອົບຮົມ, ຂະບວນການ ແລະ ຍ້ອງຍໍ ດຳເນີນກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງສາລະວັນ ໄດ້ເຄື່ອນໄຫວຊຸກຍູ້ການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ທີ່ຄະນະພັກຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງສາລະວັນ, ພາຍໃຕ້ການເປັນປະທານຂອງສະຫາຍ ຈັນສະໝອນ ພົມມະແສງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຮອງຫົວໜ້າອະນຸກຳມະການໂຄສະນາອບຮົມຂະບວນການ ແລະ ຍ້ອງຍໍ ກະກຽມດຳເນີນກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງສາລະວັນ ທັງແມ່ນຜູ້ປະຈຳການ, ມີສະຫາຍ ສົມຄິດ ແສນທະວີ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງສາລະວັນ, ພ້ອມດ້ວຍບັນດາສະຫາຍໃນອະນຸກຳມະການໂຄສະນາອົບຮົມ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງ, ບັນດາສະຫານທີ່ຢູ່ຄະນະພັກຮາກຖານ ແລະ ໜ່ວຍພັກທີ່ຂື້ນກັບເຂົ້າຮ່ວມທັງໝົດ ຈຳນວນ 15 ສະຫາຍ, ຍິງ 4 ສະຫາຍ.
ໃນພິທີດັ່ງກ່າວ ສະຫາຍ ສົມຄິດ ແສນທະວີ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ໄດ້ລາຍງານສະພາບລວມ ການສ້າງຂະບວນການຮອບດ້ານ ເພື່ອກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ແລະ ລາຍງານການສ້າງຂະບວນການ ເພື່ອກະກຽມເປີດກອງປະຊຸມໃຫຍ່ຂອງຕົນ ໃຫ້ກອງປະຊຸມໄດ້ຮັບຊາບ ເປັນຕົ້ນ: ໄດ້ມີການກະກຽມຂໍ້ມູນ ແລະ ເຜີຍແຜ່ເຊື່ອມຊຶມພາຍໃນຄະນະພັກ ເປັນຕົ້ນ: ຂໍ້ຕົກລົງ, ບົດແນະນຳຕ່າງໆ ກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຂັ້ນແຂວງ ແລະ ຂັ້ນສູງກາງ ພ້ອມທັງໄດ້ຜັນຂະຫຍາຍໃນຂັ້ນຂອງຕົນ ເຊັ່ນ:
- ອອກຂໍ້ຕົກລົງສະບັບເລກທີ: 22/ຄພຮຖ.ພຕສ ລົງວັນທີ: 14/05/2024 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ ແລະ ອະນຸກຳມະການຕ່າງໆ ກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກຮາກຖານ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງສາລະວັນ.
- ອອກແຈ້ງການແນະນຳ ເລກທີ: 28/ຄພຮຖ.ພຕສ ລົງວັນທີ 12/06/2024 ກ່ຽວກັບການກະກຽມ ເນື້ອໃນຮ່າງລາຍງານການເມືອງຂອງໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ ພະແນກ ຕສ ແຂວງສາລະວັນ.
- ອອກຄຳແນະນຳ ເລກທີ 27/ຄພຮຖ.ພຕສ ລົງວັນທີ 12/06/2024 ກ່ຽວກັບການກະກຽມ ແລະ ດຳເນີນຊີວິດການເມືອງທ້າຍສະໄໝ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.
- ອອກຂໍ້ຕົກລົງ ເລກທີ:32/ຄພຮຖ.ພຕສ ວ່າດ້ວຍ ແຜນດຳເນີນກອງປະຊຸມໃຫຍ່ຂອງຄະນະພັກຮາກຖານ ແລະ ບັນດາໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງສາລະວັນ.
- ໄດ້ຊຸກຍູ້ບັນດາອົງການຈັດຕັ້ງມະຫາຊົນ ດຳເນີນກອງປະຊຸມໃຫຍ່ຂັ້ນຂອງຕົນ ເຊິ່ງປະຈຸບັນ ໄດ້ສຳເລັດດຳເນີນກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກຮາກຖານ ຊາວໜຸ່ມ ພະແນກ ເຕັກໂນໂລຊີ ແລະ ການສື່ສານ.
ພ້ອມດຽວກັນນີ້, ບັນດາສະຫາຍທີ່ຢູ່ໃນຄະນະພັກຮາກຖານ, ໜ່ວຍພັກທີ່ຂື້ນກັບ ແລະ ບັນດາອະນຸກໍາມະການຂັ້ນແຂວງ ຍັງໄດ້ຜັດປ່ຽນກັນປະກອບຄໍາເຫັນ, ສົນທະນາແລກປ່ຽນແນວຄວາມຄິດ, ເພື່ອວາງແຜນໃນຕໍ່ໜ້າ, ເຮັດໃຫ້ວຽກງານການກະກຽມດໍາເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ, ຄືຂັ້ນຄະນະພັກຮາກຖານ ແລະ ຂັ້ນແຂວງ ໄດ້ດໍາເນີນໄປດ້ວຍບັນຍາກາດຟົດພື້ນ.
ໃນຕອນທ້າຍຈັນສະໝອມ ພົມມະແສງ ຄະນະປະຈໍາພັກແຂວງ, ຮອງຫົວຫນ້າອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງ ໄດ້ມີທິດຊີ້ນໍາເນັ້ນໜັກຄື:
1. ໃຫ້ຄະນະຮາກຖານພັກ, ເລຂາໜ່ວຍພັກ ທີ່ຂຶ້ນກັບພະແນກການເງິນແຂວງ ຈົ່ງເອົາໃຈໃສ່ໃນຫຼາຍວຽກທີ່ສໍາຄັນ ເນັ້ນໜັກການເຮັດເປັນຈຸດສຸມ, ເປັນຂະບວນ ແລະ ຕໍ່ເນື່ອງ, ມີແຜນການລະອຽດ, ພ້ອມລາຍງານໃຫ້ຂັ້ນເທິງຮັບຊາບໃນແຕ່ລະໄລຍະ, ສໍາຄັນຕ້ອງເອົາໃຈໃສ່ວຽກງານໂຄສະນາໃຫ້ກ້ວາງຂວາງ, ເຊື່ອມຊືມເອກະສານ-ມະຕິຄໍາສັ່ງຕ່າງໆ ໃຫ້ເລິກເຊີ່ງໜັກແໜ້ນ.
2. ເອົາໃຈໃສ່ເພີ່ມທະວີໃນການສຶກສາອົບຮົມວຽກການເມືອວ-ແນວຄິດ ພາຍໃນຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານທີ່ຂຶ້ນກັບພະແນກ ໃຫ້ຕໍ່ເນື່ອງ.
3. ຕິດປ້າຍຢາຍຄໍາຂັວນຕາມເນື້ອໃນທີ່ກໍານົດໄວ້.

Leave a Reply

Your email address will not be published. Required fields are marked *