ພຕສ ແຂວງສາລະວັນ ຝຶກອົບຮົມຍົກລະດັບການສ້າງຈຸດພິກັດດ້ວຍ Google ໃຫ້ພະແນກການອ້ອມຂ້າງແຂວງ

ໃນລະຫວ່າງວັນທີ 12-13 ມິຖູນາ 2024 ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງສາລະວັນ ໄດ້ຮ່ວມກັບພະແນກອຸດສາຫະກໍາ ແລະ ການຄ້າແຂວງສາລະວັນ ໄດ້ຈັດຝຶກອົບຮົມ ການສ້າງຈຸດພິກັດທີ່ຕັ້ງບັນດາຫົວໜ່ວຍທຸລະກິດຕ່າງໆພາຍໃນແຂວງສາລະວັນ ດ້ວຍ google earth pro ໃຫ້ບັນດາພະນັກງານພະແນກການອ້ອມຂ້າງແຂວງສາລະວັນ, ພິທີຝືກອົບຮົມໃນຄັ້ງນີ້ ໃຫ້ກຽດເປັນປະທານໂດຍ ທ່ານ ຄຳຜ່ານ ສີລາວີ ຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງ, ສ່ວນນັກວິທະຍາກອນ (ຄູຝຶກ) ແມ່ນ ທ່ານ ພອນສະຫວັນ ໄຊສົງຄາມ ຮອງຫົວໜ້າຂະແໜງດີຈີຕອນ ແລະ ຄວາມປອດໄພໄຊເບີ, ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ສາລະວັນ ເຊີ່ງທ່ານຍັງໃຫ້ຮູ້ວ່າ: ການຝຶກອົບຮົມໃນຄັ້ງນີ້ແມ່ນເປັນການກໍານົດຈຸດພິກັດ ຂອງຫົວ ໜ່ວຍທຸລະກິດ ດ້ວຍລະບົບ Google Earth Pro, Google Map ຖືວ່າເປັນວຽກທີ່ມີຄວາມສໍາຄັນທີ່ສຸດ ເນື່ອງຈາກພະນັກງານ ໄດ້ຮຽນຮູ້ບົດຮຽນອັນໃໝ່ ແລະ ຍັງເປັນການສ້າງຖານຂໍ້ມູນ ຂອງຫົວໜ່ວຍທຸລະກິດ ເພື່ອສະດວກໃຫ້ແກ່ການຈັດເກັບລາຍຮັບ, ພ້ອມທັງເປັນການຄຸ້ມຄອງທຸລະກິດ, ການກຳນົດອຸດສາຫະກຳໜັກ ແລະ ອຸດສາຫະກຳເບົາ, ຊຸກຍູ້ຫົວໜ່ວຍທຸລະກິດໃຫ້ມີຄວາມເຂັ້ມແຂງຕິດພັນກັບການຈັດເກັບລາຍຮັບ ເວົ້າລວມ, ເວົ້າສະເພາະແມ່ນ ເພື່ອຫັນເຂົ້າສູ່ລະບົບທີ່ທັນສະໄໝເທື່ອລະກ້າວ.

Leave a Reply

Your email address will not be published. Required fields are marked *