ໃນຕອນເຊົ້າຂອງວັນທີ 03 ມັງກອນ 2025 ທີ່ຫ້ອງປະຊຸມພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງສາລະວັນ ໄດ້ຈັດກອງປະຊຸມ ທາບທາມບຸກຄະລາກອນເຂົ້າໂຄງປະກອບຄະນະພັກຮາກຖານ ຂອງພະແນກ ຕສ ແຂວງ ຮອບທີ I ໂດຍການໃຫ້ກຽດເປັນປະທານຂອງສະຫາຍ ສົມຄິດ ແສນທະວີ ເລຂາຄະນະພັກຮາກຖານ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມຊິກພັກສົມບູນ ແລະ ແຂກຖືກເຊີນຈາກ ຄະນະຈັດຕັ້ງແຂວງ, ຄະນະກວດກາແຂວງ ເຂົ້າຮ່ວມທັງໜົດ 58 ສະຫາຍ,ຍິງ 14 ສະຫາຍ.
1. ສະຫາຍ ຄຳໜອນ ແກ້ວປັດຈິດ ຄະນະພັກຮາກຖານ ຮອງຫົວໜ້າພະແນກຕສ ໄດ້ຂື້ນຜ່ານຮ່າງບົດສຳຫຼວດການນຳພາລວມຂອງຄະນະພັກຮາກຖານ
2. ສະຫາຍ ຖາວອນ ກິ່ງສັກດາ ຄະນະພັກຮາກຖານ ເລຂາໜ່ວຍພັກ ຫົວໜ້າບໍລິສັດLTC ໄດ້ຂື້ນຜ່ານບົດລາຍງານການເມືອງຂອງຄະນະພັກຮາກຖານ,
3. ສະຫາຍ ກັດສະປະ ວຸດທິຈັນທະເດດ ຄະນະພັກຮາກຖານ ຮອງຫົວໜ້າພະແນກ ຕສ ໄດ້ຜ່ານຮ່າງບົດສຳຫຼຸດການຈັດຕັ້ງປະຕິບັດ ແຜນພັດທະນາຂະແໜງການ ຕສ 5ປີ(2020 – 2024) ແລະ ທິດທາງແຜນການ (2025 – 2029),
4. ພາຍຫຼັງຈາກນັ້ນ ແຕ່ລະພາກສ່ວນ ກໍ່ຜັດປ່ຽນກັບປະກອບຄຳເຫັນໃສ່ ຮ່າງລາຍງານການເມືອງ,ແຜນພັດທະນາ ແລະ ບົດສຳຫຼວດການນຳພາລວມຂອງຄະນະພັກຮາກຖານ ພະແນກ ຕສ ແຂວງສາລະວັນ,
ຈາກນັ້ນ,ບັນດາສະຫາຍເຂົ້າຮ່ວມກອງປະຊຸມກໍ່ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາເປົ້າໝາຍເຂົ້າໂຄງປະກອບຂອງຄະນະພັກຮາກຖານພະແນກ ຕສ ແຂວງສາລະວັນ ຮອບທີ I.