ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ສະຫຼຸບວຽກງານປະຈຳ 06 ເດືອນຕົ້ນປີ 2024 ແລະ ວາງທິດທາງແຜນການໃນຕໍ່ໜ້າ

ທ່ານ ສົມຄິດແສນທະວີ ຮອງປະທານຄະນະກໍາມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ສາລະວັນ ໄດ້ເຂົ້າຮ່ວມກອງປະຊຸມຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ດ້ວຍລະບົບທາງໄກ (Vedio conferent) ໃນວັນທີ 25 ມິຖຸນາ 2024 ເຊີ່ງກອງປະຊຸມດັ່ງກ່າວແມ່ນເປັນການ ສະຫຼຸບວຽກງານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ປະຈຳ 06 ເດືອນຕົ້ນປີ 2024 ແລະ ວາງທິດທາງແຜນການໃນຕໍ່ໜ້າຂຶ້ນ, ທີ່ຫ້ອງປະຊຸມ ກະຊວງປ້ອງກັນຄວາມສະຫງົບ. ໂດຍການເປັນປະທານຂອງ ທ່ານ ພົອ ວິໄລ ຫຼ້າຄຳຟອງ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ, ມີລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮອງປະທານ-ຜູ້ປະຈຳການ, ທ່ານເຈົ້າແຂວງຈຳປາສັກ ພ້ອມດ້ວຍບັນດາຮອງລັດຖະມົນຕີ/ທຽບເທົ່າ, ບັນດາຮອງເຈົ້າແຂວງ/ນະຄອນຫຼວງ, ບັນດາທ່ານໃນ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນກະຊວງ, ອົງການ, ແຂວງ, ນະຄອນຫຼວງ ທົ່ວປະເທດເຂົ້າຮ່ວມ 220 ທ່ານ (ເຂົ້າຮ່ວມແບບເຊິ່ງໜ້າ 70 ທ່ານ ແລະ ຜ່ານລະບົບກອງປະຊຸມທາງໄກ 150 ກວ່າທ່ານ).
ໃນກອງປະຊຸມ ທ່ານ ມີນາໄຊ ພິລາວົງ, ຫົວໜ້າສູນອິນເຕີເນັດແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທັງເປັນ ຫົວໜ້າຫ້ອງການກອງເລຂາ ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ (ສະບັບປັບປຸງ) ແລະ ລາຍງານກ່ຽວກັບການຈັດຕັ້ງວຽກງານ ຄຄອຊ ປະຈໍາ 06 ເດືອນຕົ້ນປີ 2024 ແລະ ວາງທິດທາງແຜນການໃນຕໍ່ໜ້າ, ຊຶ່ງທ່ານໄດ້ຍົກໃຫ້ເຫັນໃນການແກ້ໄຂສະພາບທີ່ເກີດຂຶ້ນ ຕ້ອງໄດ້ເລັ່ງພັດທະນາ ແລະ ສົ່ງເສີມການນໍາໃຊ້ອິນເຕີເນັດ ໃຫ້ກາຍເປັນປັດໄຈໃນການດໍາລົງຊີວິດ. ພ້ອມນັ້ນ, ກໍຕ້ອງຮັບປະກັນ ແລະ ປ້ອງກັນແກ້ໄຂໃຫ້ໄດ້ ຕໍ່ກັບບັນຫາປາກົດການຫຍໍ້ທໍ້ເກີດມາຈາກອິນເຕີເນັດ ທີ່ສົ່ງຜົນກະທົບຕໍ່ຄວາມສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບໃນສັງຄົມ, ສົ່ງຜົນກະທົບໃນທາງລົບ ຕໍ່ວັດທະນະທໍາ-ຮີດຄອງປະເພນີອັນດີງາມຂອງຊາດ, ບັນຫາທີ່ສ້າງຄວາມປັ່ນປ່ວນໃຫ້ມີຄວາມແຕກແຍກ, ໃສ່ຮ້າຍປ້າຍສີ, ສ້າງຂໍ້ມູນບິດເບືອນ ທີ່ສົ່ງຜົນກະທົບທີ່ບໍ່ດີຕໍ່ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ. ສະນັ້ນ, ເພື່ອແກ້ໄຂບັນດາປາກົດການຫຍໍ້ທໍ້ດັ່ງກ່າວນັ້ນ, ຄຄອຊ ຈະໄດ້ເລັ່ງກວດກາຄືນບັນດານິຕິກຳ, ກົງຈັກການຈັດຕັ້ງ, ບຸກຄະລາກອນ, ວິທີການ ແລະ ມາດຕະການຕ່າງໆ, ເປັນເຈົ້າການຄົ້ນຄວ້າ ປັບປຸງຂອດປະສານງານ ລະຫວ່າງ ຂະແໜງການຕ່າງໆແຕ່ສູນກາງຮອດທ້ອງຖິ່ນ ທີ່ກ່ຽວພັນກັບວຽກງານອິນເຕີເນັດ, ເຕັກໂນໂລຊີການສື່ສານ-ຂໍ້ມູນຂ່າວສານ, ເຕັກໂນໂລຊີດິຈິຕອນ, ເນື້ອໃນຂໍ້ມູນຂ່າວສານຜ່ານອິນເຕີເນັດ, ຄວາມປອດໄພທາງໄຊເບີ ໃຫ້ມີຄວາມຮັບປະກັນ ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການໂຄສະນາເຜີຍແຜ່ສ້າງຄວາມຮັບຮູ້, ຄວາມເຂົ້າໃຈໃຫ້ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ໃນການນໍາໃຊ້ອິນເຕີເນັດໃຫ້ເກີດປະໂຫຍດ. ຄົ້ນຄວ້າເບິ່ງຄືນບັນດາລະບົບເຕັກນິກທີ່ທັນສະໄໝ ເພື່ອປ້ອງກັນໂຄງລ່າງພື້ນຖານໂທລະຄົມມະນາຄົມ ແລະ ອິນເຕີນເນັດໃຫ້ມີຄວາມປອດໄພສູງ.
ໃນໂອກາດດຽວກັນນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານສະພາບການພົ້ນເດັ່ນທີ່ເກີດຂຶ້ນຈາກສື່ສັງຄົມອອນລາຍ ພ້ອມທັງວິທີການແກ້ໄຂບັນຫາຂອງບັນດາກະຊວງ, ອົງການ, ແຂວງ/ນະຄອນຫຼວງ ແລະ ຮ່ວມກັນປະກອບຄຳເຫັນຢ່າງກົງໄປກົງມາ ເພື່ອຕີລາຄາ ແລະ ຖອດຖອນບົດຮຽນຈາກການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ຮ່ວມກັນວາງທິດທາງແຜນການໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານການຄຸ້ມຄອງອິນເຕີເນັດພາຍໃນປະເທດມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ.
:
ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງຄໍາເຫັນຊີ້ນໍາຂອງທ່ານປະທານ ຊຶ່ງທ່ານໄດ້ຕີລາຄາສູງຕໍ່ການຄົ້ນຄວ້າ, ການກໍານົດບັນດາເປົ້າໝາຍທີ່ມີຄວາມສໍາຄັນ ແລະ ຈໍາເປັນ ທີ່ຈະຕ້ອງໄດ້ຄຸ້ມຄອງ, ພັດທະນາ, ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ ແລະ ກົມກຽວ ເພື່ອເຮັດໃຫ້ອິນເຕີເນັດ ແລະ ເຕັກໂນໂລຊີດິຈິຕອນ ສາມາດປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຕິດພັນກັບ 2 ວາລະແຫ່ງຊາດ. ພ້ອມນັ້ນ, ກໍຕ້ອງເອົາໃຈໃສ່ຄົ້ນຄວ້າ ແລະ ປັບປຸງບັນດານິຕິກຳໃຫ້ສອດຄ່ອງກັບສະພາບການໃໝ່ ແລະ ເຕັກໂນໂລຊີວິທີການໃໝ່ທີ່ເກີດຂຶ້ນໃນສັງຄົມປັດຈຸບັນ, ສຸມໃສ່ສ້າງຍຸດທະສາດຄວາມປອດໄພໄຊເບີ ແຫ່ງຊາດ ເພື່ອເປັນບ່ອນອີງໃຫ້ວຽກງານຄຸ້ມຄອງອິນເຕີເນັດ ແລະ ຄວາມປອດໄພທາງໄຊເບີຢ່າງຄົບຖ້ວນ, ຮັດກຸມ ແລະ ແທດເໝາະກັບສະພາບການ. ທ່ານຍັງເນັ້ນໜັກໃຫ້ເລັ່ງແກ້ໄຂບັນຫາປາກົດການຫຍໍ້ທໍ້ຜ່ານທາງລະບົບໂທລະຄົມມະນາຄົມ ແລະ ອິນເຕີເນັດ ເປັນຕົ້ນແມ່ນ ອາສະຍາກໍາ ແລະ ການຕົວະຍົວະຫຼອກຫຼວງຜ່ານລະບົບອິນເຕີເນັດ, ຜ່ານແກ໋ງຄອນເຊັນເຕີ, ການຮົ່ວໄຫຼຂອງເອກະສານ ຂອງພັກ-ລັດ, ການຮົ່ວໄຫຼຂໍ້ມູນສ່ວນບຸກຄົນ, ຕິດຕາມກວດກາ ແລະ ກັ່ນກອງບັນດາສື່ ແລະ ເວັບໄຊທ໌ລາມົກອານາຈານ, ບັນຫາເກມ-ການພະນັນ, ຄາສິໂນອອນລາຍ, ການຄ້າຂາຍຫວຍເຖື່ອນ, ການຄ້າປະເວນີ, ການຄ້າຢາເສບຕິດຜ່ານທາງອອນລາຍຕ່າງໆ, ສືບຕໍ່ຮ່ວມມືກັບບັນດາປະເທດຢູ່ໃນພາກພື້ນ ແລະ ສາກົນ ເພື່ອສືກສາແລກປ່ຽນ ແລະ ຖອດຖອນບົດຮຽນ ໃນຂົງເຂດການຄຸ້ມຄອງອິນເຕີເນັດ ກໍຄື ວຽກງານການຫັນເປັນດິຈິຕອນຊຶ່ງເປັນວຽກລວມຂອງທຸກຂະແໜງການທົ່ວປະເທດ.

Leave a Reply

Your email address will not be published. Required fields are marked *