ກອງປະຊຸມທາບທາມເປີດກວ້າງປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍທຸລະກໍາທາງເອເລັກໂຕຣນິກ (ສະບັບປັບປຸງ), ແຂວງ ຈໍາປາສັກ

ໃນລະຫວ່າງວັນທີ 21-22 ກໍລະກົດ 2022, ທ່ານ ກັດສະປະ ວຸດທິຈັນທະເດດ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງສາລະວັນ ໄດ້ເຂົ້າຮ່ວມ ກອງປະຊຸມທາບທາມເພື່ອເປີດກວ້າງປະກອບຄໍາເຫັນໃສ່ຮ່າງກົດ ໝາຍ ວ່າດ້ວຍທຸລະກໍາທາງເອເລັກໂຕຣນິກ (ສະບັບປັບປຸງ) ທີ່ ໄດ້ຈັດຂຶ້ນຢູ່ ແຂວງຈໍາປາສັກ. ໃນກອງປະຊຸມໄດ້ຮັບກຽດເປັນປະທານໂດຍ ທ່ານ ໂສມ ບຸດຕະກຸນ ຄະນະປະຈໍາພັກ, ຮອງເຈົ້າແຂວງຈໍາປາສັກ ແລະ ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ພູທອງ ສີສະຫວັດ, ຮອງຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ, ມີຄະນະທີມງານຮັບຜິດຊອບຮ່າງກົດໝາຍ ພ້ອມດ້ວຍບັນດາທ່ານຫົວໜ້າພະແນກ-ຮອງພະແນກ, ວິຊາການຫຼັກແຫຼ່ງ ຂອງບັນດາພະແນກເຕັກໂນໂລຊີ ແລະ ການສື່ສານ 09 ແຂວງພາກໃຕ້, ຕາງໜ້າຈາກ ຫ້ອງວ່າການແຂວງ, ສະພາ, ປກຊ-ປກສ ແລະ ບັນດາພະແນກການອ້ອມຂ້າງ ແຂວງ ຈໍາປາສັກ ເຂົ້າຮ່ວມທັງໝົດ 50 ກວ່າທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍເພື່ອເປັນການຈັດສໍາມະນາ ແລະ ເປີດກວ້າງທາບທາມຄໍາເຫັນຢູ່ຂັ້ນທ້ອງຖິ່ນ ຕໍ່ຮ່າງກົດໝາຍວ່າດ້ວຍທຸລະກໍາທາງເອເລັກໂຕຣນິກ (ສະບັບປັບປຸງ) ເພື່ອເກັບກໍາເອົາຄໍາຄິດຄໍາເຫັນ ຈາກບັນດາທ້ອງ ຖິ່ນທາງພາກໃຕ້, ເພື່ອ ຮວບຮວມເອົາບັນດາຄໍາເຫັນທັງໝົດເປັນບ່ອນອີງໄປຄົ້ນຄວ້າ ຮຽບຮຽງ ແລະ ປັບປຸງເນື້ອໃນຂອງຮ່າງກົດໝາຍສະບັບດັ່ງກ່າວໃຫ້ມີຄວາມຄົບຖ້ວນ, ຮັດກຸມ ແລະ ຊັດເຈນຂຶ້ນຕື່ມ.

ສໍາລັບກົດໝາຍວ່າດ້ວຍທຸລະກໍາທາງເອເລັກໂຕຣນິກ ແມ່ນໄດ້ຖືກຮັບຮອງຈາກກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VII ໃນວັນທີ 7 ທັນວາ 2012 ແລະ ທ່ານປະທານປະເທດ ແຫ່ງ ສປປ ລາວ ລົງນາມ ແລະ ໄດ້ປະກາດນໍາໃຊ້ໃນວັນທີ 17 ມັງກອນ 2013. ກົດໝາຍສະບັບດັ່ງກ່າວນີ້ຖືວ່າເປັນນີຕີກໍາຫຼັກທີ່ຊ່ວຍສົ່ງເສີມ ແລະ ເປັນນິຕິກໍາພື້ນຖານທີ່ຊ່ວຍຮອງຮັບໃຫ້ແກ່ການເຄື່ອນໄຫວເຮັດທຸລະກໍາທາງລະບົບເອເລັກໂຕຣນິກ ແກ່ທຸກຂະແໜງການ ບໍ່ວ່າຈະເປັນທາງດ້ານ ການຄ້າ, ການເງິນ ແລະ ການບໍລິການ ທັງພາກລັດ ແລະ ເອກະຊົນ ທີ່ເຄື່ອນໄຫວຜ່ານທາງລະບົບອອນລາຍ (Online), ເນື້ອໃນຂອງກົດໝາຍສະບັບນີ້ ແມ່ນອີງໃສ່ບັນດາກົດໝາຍແມ່ແບບສາກົນຂອງສະຫະປະຊາຊາດ (UNCITAL Model Law) ກ່ຽວກັບການຄ້າທາງເອເລັກໂຕຣນິກ ແລະ ລາຍເຊັນເອເລັກໂຕຣນິກ, ບັນດາບົດບັນຍັດຂອງກົດໝາຍສະບັບນີິ້ຖືວ່າຍັງມີລັກສະນະເປັນໂຄງຂອງກົດໝາຍແມ່ແບບເປັນສ່ວນໃຫຍ່ ບໍ່ທັນໄດ້ກໍານົດລະອຽດ, ຜ່ານມາ 10 ກ່ວາປີ ເຕັກໂນໂລຊີກໍໄດ້ມີການພັດທະນາ ຂະຫຍາຍຕົວແບບກ້າວກະໂດດ, ພຶດຕິກໍາຂອງຄົນໃນສັງຄົມມີຄວາມຕ້ອງການ ແລະ ຫັນມາເຮັດທຸລະກໍາຜ່ານທາງອອນລາຍນັບມື້ນັບຫຼາຍຂຶ້ນ. ກົດໝາຍວ່າດ້ວຍທຸລະກໍາທາງເອເລັກໂຕຣນິກ ສະບັບທີ່ສະພາຮັບຮອງເອົາໃນປິ 2012 ໄດ້ນໍາໃຊ້ມາເປັນເວລາ 10 ກວ່າປີ ແລະ ບໍ່ທັນໄດ້ມີການປັບປຸງ ເຮັດໃຫ້ມີເນື້ອໃນຈໍານວນໜຶ່ງຍັງບໍ່ທັນໄດ້ກວມເອົາບັນຫາໃໝ່ທີ່ເກີດຂຶ້ນຈາກຫັນປ່ຽນຄືທີ່ໄດ້ກ່າວມານັ້ນ ນອກນັ້ນ ຍັງມີກົດໝາຍຫຼາຍສະບັບທີ່ຖືກສ້າງຂຶ້ນ ແລະ ມີການບັນຍັດເນື້ອເຂົ້າມາໃໝ່ ເຮັດໃຫ້ເກີດມີຄວາມທັບຊ້ອນກັບບົດບັນຍັດຂອງກົດໝາຍສະບັບນິ້ ເຊັ່ນ: ກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ ຈຶ່ງເຮັດໃຫ້ບາງມາດຕາຂອງກົດໝາຍທຸລະກໍາທາງເອເລັກໂຕຣນິກສະບັບນີ້ບໍ່ສາມາດມິຜົນບັງຄັບໃຊ້ໄດ້ອີກຕໍ່ໄປ.

Leave a Reply

Your email address will not be published. Required fields are marked *